ປະທານປະເທດ ເຈືອງເຕີນຊາງ ເລີ່ມຕົ້ນ ການຢ້ຽມຢາມທາງລັດຖະກິດລາຊະອານາຈັກກຳປູເຈຍ

ປະທານປະເທດ ເຈືອງເຕີນຊາງ ເລີ່ມຕົ້ນ ການຢ້ຽມຢາມທາງລັດຖະກິດລາຊະອານາຈັກກຳປູເຈຍ - ảnh 1
(ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເລີ່​ມຕົ້ນ​ການຢ້ຽມຢາມ
​ທາງ​ລັດຖະກິດ​ລາຊະ​ອານາຈັກ​ກຳປູ​ເຈຍ)


(vovworld) – ວັນ​ທີ 23/12, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽ​ດນາມ ​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດລາຊະ​ອານາຈັກ​ກຳປູ​ເຈຍ ​ໃນ​ລະຫວ່າງ​ວັນ​ທີ 23 – 24/12 ຕາມ​ຄຳ​ເຊີນ​ຂອງ​ພະ​ບາດ​ສົມ​ເດັດພະ​ບໍລົມ​ມະ​ນຽດ ​ໂນ​ໂຣດົມ ສີຫະ​ໂມ​ນີ ກະສັດ​ແຫ່ງ​ຊາ​ຊະ​ອານາຈັກ​ກຳປູ​ເຈຍ. ​ຮ່ວມ​​ເດີນ​ທາງນຳຄະນະ​ຜູ້​ແທນ ມີ​ການ​ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ, ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ ດ່າວຫວຽດຈຸ​ງ; ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບຸ​ຍກວາງ​ວິ​ງ; ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູຮຸຍ​ຮ່ວາງ;

        ​ພິທີ​ຕ້ອນຮັບທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ຖືກ​ຈັດ​ຂຶ້ນ​ຢູ່​ພະ​ລາຊະ​ວັງຢ່າງ​ສົມ​ກຽດ.​ ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບພະ​ບາດ​ສົມ​ເດັດ ​ໂນ​ໂຣດົມ ສີຫະ​ໂມ​ນີ, ​ໄປ​ວາງ​ພວງມາລາ​ຢູ່ອະນຸສາວະລີ​ເອກະລາດ, ​ເຂດ​ອານຸສາ​ວະລີ​ອະດີດພະ​ບາດ​ສົມ​ເດັດ ໂນ​ໂຣດົມ ສີ​ຫາ​ນຸ ​ແລະ ວາງ​ພວງມາລາ​ຢູ່​ເຂດ​ອາ​ໄລ​ຫາ​ທະຫານ​ອາສາ​ສະໝັກ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ຢູ່ກຳ​ປູ​ເຈຍ.

        ພ້ອມ​ກັບ​ການ​ພົບ​ປະກັບການ​ນຳ​ສະພາ​ສູງ, ສະພາ​ຕໍ່າ, ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ ​ແລະ ບັນດາ​ການ​ເຄື່ອນ​ໄຫ​ວອື່ນໆ​, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ພ້ອມ​ກັບ​​ການ​ນຳ​ກຳປູ​ເຈຍ ຈະ​ແລກປ່ຽນ​ບັນດາມາດຕະການ​​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຢ່າງ​ແທດ​ຈິງ​ຄື: ການ​ເມືອງ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ ​ແລະ ບັນດາ​ບັນຫາ​ສາກົນ, ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ