ປະທານປະເທດ ເຈືອງເຕີນຊາງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງ ສ.ສະຫະພາບມ້ຽນມາ

ປະທານປະເທດ ເຈືອງເຕີນຊາງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງ ສ.ສະຫະພາບມ້ຽນມາ  - ảnh 1
(ທ່ານປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ)

(vovworld) -     ວັນ​ທີ 29/11, ທ່ານປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເລີ່ມຕົ້ນ​ການ​ຢ້ຽມຢາມທາງ​ລັດຖະກິດ​ເຖິງ ສ.ສະຫະພາບ​ມຽນ​ມາ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ Thein Sein. ​ການ​ຢ້ຽມຢາມດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່ ສ.ສະຫະພາບມ້ຽນ​ມາ ມີ​ການ​ພັດທະນາ​ໃໝ່​ສຳຄັນ​ຫຼາຍ​ຢ່າງໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ຢ້ຽມຢາມ​ຂອ​ງທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​​ມາດ​ຕະການຕ່າງໆ​ຢ່າງ​ເລີກ​ເຊິ່ງ, ກວ້າງ​ຂວາງ ​ເພື່ອ​ນຳ​ການພົວພັນ​ລະຫວ່າງ​ຫວຽດນາມ - ມ້ຽນ​ມາ ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​​ຊຸກຍູ້ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

ຂ່າວ/ບົດ​ອື່ນ