ປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບກະຊວງຕຳຫຼວດ

ປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບກະຊວງຕຳຫຼວດ - ảnh 1

​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຮັດ​ວຽກ​ກັບ​ກະຊວງ​ຕຳຫຼວດ​ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ຕຸລາການ


(ພາບ:nguyentandung.org)

(vovworld) - ວັນ​ທີ 2/7, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການປະຕິ​ຮູບ​ດ້ານ​ຕຸລາການສູ​ນກາງ​ມີ​ການ​ເຮັດ​ວຽກ​ກັບຄະນະ​ພັກ​ຕຳຫຼວດ​ສູນ​ກາງ, ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ເລກທີ 49 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ຍຸດ​ທະ​ສາດ​ປະຕິ​ຮູບດ້ານ​ຕຸລາການ​ຮອດ​ປີ 2020. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຍ້ອງຍໍ​ຊົມ​ເຊີຍ​ຄະນະ​ພັກ​ຕຳຫຼວດ​ສູນ​ກາງ, ການ​ນຳ​ກະຊວງ​ຕຳຫຼວດ ​ແລະ ກຳລັງ​ຕຳຫຼວດ​ປະຊາຊົນ ມີ​ຄວາມ​ພະຍາຍາມ​ ​ແລະ ບັນລຸ​ໄດ້​ໝາກຜົນ​ສຳຄັນ​ຫຼາຍ​ຢ່າງ ໃນ​ວຽກ​ງານປະຕິ​ຮູບ​ດ້ານ​ຕະລາການ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ຄະນະ​ພັກ​ຕຳຫຼວດ​ສູນ​ກາງ ​ແລະ ການ​ນຳ​ກະຊວງ​ຕຳຫຼວດ​ຄວນ​ສືບ​ຕໍ່​ຮີບ​ເຮັ່ງ, ຈັດ​ຕັ້ງ​ການ​ຄົ້ນ​ຄ້ວາ, ວາງ​ອອກ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ຍູ້​ແຮງ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ປະຕິ​ຮູບ​ດ້ານ​ຕຸລາ​ການໃນ​ກຳລັງ​ຕຳຫຼວດ​ປະຊາຊົນ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຮຽກຮ້ອງ​ໃຫ້​ຄະນະ​ພັກ​ຕຳຫຼວດ​ສູນ​ກາງ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກ່ຽວ​ກັບ​ຍຸດ​ທະ​ສາດ​ປະຕິ​ຮູບ​ດ້ານ​ຕຸລາການ, ຮັບປະກັນ​ຖື​ກຕາມຄວາມ​ຄືບ​ໜ້າ, ຄຸນ​ນະພາ​ບ, ຕອບ​ສະໜອງ​ຈຸດໝາຍ, ຄວາມ​ຮຽກ​ຮ້ອງ​ເຊິ່ງຄະນະ​ຊີ້​ນຳ​ປະຕິ​ຮູບ​​ດ້ານ​ຕຸລາ​ການ​ສູນ​ກາງ​ໄດ້​ວາງ​ອອກ. ຜ່ານ​ການ​ສະຫລຸບ, ຄະນະ​ພັກ​ຕຳຫຼວດ​ສູນ​ກາງ ຄວນ​ເຮັດ​​ໃຫ້​​​ຈະ​ແຈ້ງກ່ຽວ​ກັບບັນດາ​ໝາກຜົນ, ຂໍ້​ຈຳກັດ, ສິ່ງ​ກີດຂວາງ, ຄວາມ​ຫຍຸ້ງຍາກ.​​​.​. ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ, ພ້ອມ​ທັງ​ເປັນ​ເສນາ​ທິການ, ສະ​ເໜີ​ຕໍ່​ກົມ​ການ​ເມືອງ ​ແລະ ຄະນະ​ຊີ້​ນຳ​ປັບປຸງ​ບັນດາ​ບັນຫາ​ທີ່​ຍັງ​ບໍ່​ທັນ​ເໝາະ​ສົມ, ​ເພີ່ມ​ເຕີມ​ບັນດາ​ໜ້າ​ທີ່, ມາດ​ຕະການ​ເພື່ອ​ຍູ້​ແຮງ​ເລື່ອງ​ປະຕິບັດ​ຍຸດ​ທະ​ສາດ​ປະຕິ​ຮູບ​​ດ້ານ​ຕຸລາ​ການ​ຮອດ​ປີ 2020 ​ແລະ ຊຸມ​ປີ​ຕໍ່​ໄປ.


ຂ່າວ/ບົດ​ອື່ນ