ປະທານປະເທດ ເຮັດວຽກກັບ ກອງບັນຊາການທະຫານເຮືອເຂດ 3 ແລະ ກອງບັນຊາການທະຫານເຂດ 5

ປະທານປະເທດ ເຮັດວຽກກັບ ກອງບັນຊາການທະຫານເຮືອເຂດ 3 ແລະ ກອງບັນຊາການທະຫານເຂດ 5 - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang ເຮັດ​ວຽກ​ກັບ​ກອງ​ບັນຊາ​ການ​
ທະຫານ​ເຮືອເຂດ 3 ​ແລະ ກອງ​ບັນຊາ​ການ​ທະຫານ​ເຂດ 5
( ພາບ: TTXVN )


( vovworld ) -   ຕອນ​ບ່າຍ​ວັນ​ທີ 7/7, ທ່ານ​ປະທານ​ປະ​ເທດ Truong Tan Sang ​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກອງ​ບັນຊາ​ການ​ທະຫານ​ເຮືອເຂດ 3 ​ແລະ ກອງ​ບັນຊາ​ການ​ທະຫານ​ເຂດ 5. ນະ​ທີ່​ນີ້, ການ​ນຳ​ກອງ​ປັນຊາ​ການ​ທະຫານ​​ເຮືອເຂດ 3 ​ໄດ້​ຢືນຢັນ​ວ່າ ​ເຖິງ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແຕ່​ພະນັກງານ, ທະຫານ​ເຮືອ​ເຂດ 3 ຍາມ​ໃດ​ກໍ​ປົກ​ປັກ​ຮັກສາ​ອະ​ທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາຂອງ​ປະ​ເທ​ດ ຊາດ, ປະຕິບັດ​ວຽກ​ງານ​ກູ້​ໄພ​ກູ້​ຊີບ, ຮັກ​ສາ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ຫວຽດນາມ​ເປັນ​ຢ່າງ​ດີ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ລະດົມ​ກຳລັງ​ໃຈ​ພະນັກງານ, ທະຫານ​ເຮືອ​ເຂດ 3 ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລິ​ຊົນ, ສາມັກຄີ​ກໍ່ສ້າງ​ກົມ​ກອງວິ​ລະ​ຊົນ, ທັນ​ສະ​ໄໝ, ​ແກ້​ໄຂ​ທຸກ​ຄວາມ​ຫຍຸ້ງຍາກ​​ເພື່ອປົກປັກ​ຮັກສາ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

        ​​ໃນ​ການເຮັດ​ວຽກກັບ​ກອງ​ບັນຊາ​ການ​ທະຫານ​ເຂດ 5, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ໜັກ​ວ່າ, ​ທະຫານ​ເຂດ 5 ​ແມ່ນ​ບໍລິ​ເວັນ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເພາະສະ​ນັ້ນ, ພະນັກງານ, ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 5 ຕ້ອງຕິດຕາມ​ຢ່າງ​ໃກ້ຊິດກັບ​ບໍລິ​ເວັນ, ​ເພີ່ມ​ທະວີວຽກ​ງານ​ສື່ສານ​, ສ້າງ​ກຳລັງ​ປະກອບ​ອາ​ວຸດ​​ເຂດ​ທະຫານ​ທີ່​ທັນ​ສະ​ໄໝ​ແຕ່​ລະກ້າວ, ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ, ​ເບິ່ງ​ແຍງ​ດູ​ແລ​ແມ່​ຫວຽດນາມ ວິລະ​ຊົນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຍ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ສາດ​.

ຂ່າວ/ບົດ​ອື່ນ