ປະທານປະເທດຕ້ອນຮັບປະທານທະນາຄານໂລກ

ປະທານປະເທດຕ້ອນຮັບປະທານທະນາຄານໂລກ - ảnh 1
ທ່ານ​ປະທານ​ທາ​ນາຄາ​ນ​ໂລກ Jim Yong Kim ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
(ພາບ: TTXVN)

(vovworld) – ​ຕອ​ນ​ເຊົ້າ​ວັນ​ທີ 17/7, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ Jim Yong Kim, ​ປະທານ​ທະ​ນາຄາ​ນ​ໂລກ (​WB) ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

    ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຂອງທະ​ນາຄາ​ນ​ໂລກ (​WB) ທີ່​ໄດ້​ເອົາ​ໃຈ​ໃສ່, ຊ່ວຍ​ເຫຼືອ​ບັນດາ​ທ້ອງ​ຖີ່​ນຂອງ​ ຫວຽດນາມ ລົບ​ລ້າງ​ຄວາມທຸກ​ຍາກ ຫລຸດຜ່ອນ​ຄວາມ​ອຶດຫິວ​ຢ່າງ​ມີ​ປະສິດທິ​ຜົນ​ເປັນ​ປະຈຳ.

    ທ່ານ​ປະທານ​ປະ​ເທດ ຖື​ວ່າ: ​ເພື່ອ​ເຕີບ​ໂຕ​ໄວ ​ແລະ ໝັ້ນຄົງ, ຫວຽດນາມ ພວມ​​ເອົາ​ໃສ່​ໃຈ​ຫຼາຍ​ກ່ວາ​ອີກ​ເຖິງ​ການ​ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະ​ຍາກ​ອນມະນຸດ, ບຳລຸ​ງສ້າງ​ວິຊາ​ຊີບ, ປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ພະລັງງານ​ສະອາດ. ທ່ານ​ປະທານ​ປະ​ເທດປາດ​ຖະໜາ​ວ່າຈະ​ມີການ​ຮ່ວມ​ມື​ຢ່າງຕັ້ງໜ້າ​ຂອງ​ທະນາຄານ​ໂລກ ກັບ ຫວຽດນາມ​ເພື່ອ​ບັນລຸ​ໝາກຜົນ​ດີ​ທີ່​ສຸດ​ໃນ​ບັນດາ​ຂົງ​ເຂດ​ນີ້.

    ທ່ານ​ປະທານ​ທະນາຄານ​ໂລກ Jim Yong Kim ຖື​ວ່າ: ຫວຽດນາມ ມີ​ກາລະ​ໂອກາດ​ຢ່າງ​ພຽງພໍ​ເພື່ອ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ. ທະນາຄານ​ໂລກ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ ຫວຽດນາມ ຍົກ​ອອກ​ຍຸດ​ທະ​ສາດ​ພັດທະນາ​ຮອບດ້ານ, ປະສິດທິ​ຜົນ. ທ່ານ​ປະທານ​ທະນາຄານ​​ໂລກ​ກໍ່​ແຈ້ງ​ໃຫ້​ຮູ້ວ່າ ຫວຽດນາມ ຈະ​ແມ່ນ​ປະ​ເທດ​ທີ 2 ​ທີ່ໄດ້​ກູ້​ຢືມ​ທຶນ​ບຸລິມະສິດ​ເກືອບ 4 ຕື້ USD ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ, ​ໃຫ້ບັນລຸ​ລະດັບ​ເຕີບ​ໂຕ​ສູງ.

    ທ່ານ​ປະທານ​ທະນາຄານ​ໂລກ Jim Yong Kim ຢືນຢັນ​ວ່າ: WB ຈະ​ຊ່ວຍ​ເຫຼືອ ຫວຽດນາມ ນຳ​ໃຊ້​ແຫຼ່ງທຶນ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ລາຍການ​ບຳລຸງ​ສ້າງ​ວິຊາ​ຊີບ​ຢ່າງ​ມີ​ປະສິດ​ທິຜົນ, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ຂອງ​ລະບົບ​ສາທາລະນະ​ສຸກ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຊອກ​ຮູ້​ແຫຼ່ງພະລັງານ​ຜະລິດ​ຄືນ​ໃໝ່.

 


ຂ່າວ/ບົດ​ອື່ນ