ປະທານປະເທດພົບປະກັບຄະນະຜູ້ແທນຜູ້ມີຍົດສັກຕຳແໜ່ງ, ຖານະຕຳແໜ່ງທາງສາສະໜາ, ປັນຍາຊົນ, ສ່ວນບຸກຄົນດີເດັ່ນນະຄອນ ໂຮ່ຈີມິນ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງວ່າ, ຍາມໃດ ຫວຽດນາມ ກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດາສາສະໜາເຄື່ອນໄຫວຢ່າງສະເໝີພາບ, ເຄົາລົບຄວາມເສລີໃນຄວາມຕ້ອງການເຊື່ອຖືສາສະໜາ
ປະທານປະເທດພົບປະກັບຄະນະຜູ້ແທນຜູ້ມີຍົດສັກຕຳແໜ່ງ, ຖານະຕຳແໜ່ງທາງສາສະໜາ, ປັນຍາຊົນ, ສ່ວນບຸກຄົນດີເດັ່ນນະຄອນ ໂຮ່ຈີມິນ - ảnh 1(ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບຄະນະຜູ້ແທນ)

        ຕອນເຊົ້າວັນທີ 16 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບຄະນະຜູ້ແທນຜູ້ມີຍົດສັກຕຳແໜ່ງ, ຖານະຕຳແໜ່ງທາງສາສະໜາ, ຊາວເຜົ່າສ່ວນໜ້ອຍ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ສ່ວນບຸກຄົນດີເດັ່ນນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດຄະນະມາ ຮ່າໂນ້ຍ ເຂົ້າຮ່ວມລາຍການ “ການເດີນທາງແຫ່ງການເຊື່ອມຕໍ່”.

        ທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງວ່າ, ຍາມໃດ ຫວຽດນາມ ກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດາສາສະໜາເຄື່ອນໄຫວຢ່າງສະເໝີພາບ, ເຄົາລົບຄວາມເສລີໃນຄວາມຕ້ອງການເຊື່ອຖືສາສະໜາ; ປົວແປງ, ຍົກສູງຊີວິດທາງດ້ານຈິດໃຈໃຫ້ແກ່ປະຊາຊົນ, ໃນນັ້ນມີບັນດາຊາວເຜົ່າສ່ວນໜ້ອຍ. ທ່ານປະທານປະເທດ ຫວໍວັນເຖືອງ, ສະເໜີວ່າ:

        “ທາງນະຄອນຄວນສືບຕໍ່ເສີມຂະຫຍາຍບົດບາດຂອງຖັນແຖວຜູ້ມີຍົດສັກຕຳແໜ່ງ, ຖານະຕຳແໜ່ງທາງສາສະໜາ, ປັນຍາຊົນ, ສ່ວນບຸກຄົນດີເດັ່ນແມ່ນແກ່ນສານໃນທຸກຂະບວນການ, ແມ່ນຂົວເຊື່ອມຕໍ່ລະຫວ່າງແນວຄິດຂອງ ພັກ, ຈິດໃຈຂອງປະຊາຊົນ. ຂ້າພະເຈົ້າຫວັງວ່າບັນດາຜູ້ແທນ, ດ້ວຍອິດທິພົນຊື່ສຽງຂອງຕົນ, ຈະພ້ອມກັນຮ່ວມແຮງຮ່ວມໃຈ, ປະກອບເຫື່ອແຮງເຂົ້າໃນການເບິ່ງແຍງດູແລ, ສ້າງສາ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ພ້ອມທັງ, ນຳພາ, ແຜ່ກະຈາຍ, ກຳນົດທິດ, ສົ່ງອາລົມຈິດໃຫ້ບັນດາກຳລັງສັງຄົມອື່ນໆ, ໂດຍສະເພາະແມ່ນລຸ້ນໜຸ່ມ ເພື່ອຫຼໍ່ຫຼອມກຳລັງໜູນ, ຄວາມໄວ້ເນື້ອເຊື່ອໃຈ, ເປັນເອກະພາບດ້ານແນວຄິດ, ເຈດຈຳນົງ, ການກະທຳ ເພື່ອປະຕິບັດຄວາມຄາດຫວັງ ແລະ ວິໄສທັດພັດທະນາຂອງນະຄອນໃຫ້ປະກົດຜົນເປັນຈິງ”.

ຕອບກັບ

ຂ່າວ/ບົດ​ອື່ນ