ປະທານປະເທດມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກເຂດພູສູງອຽນບ໋າຍ

ປະທານປະເທດມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກເຂດພູສູງອຽນບ໋າຍ - ảnh 1
(ພາບ​ປະ​ກອບ​ຈາກ TTXVN)

(vovworld) – ​​​​ວັນ​ທີ 17/11, ຢູ່​ຕາ​ແສງ ເຈ໋​ກູ​ຍາ, ເມືອງ ມູ່​ກັງ​ຈ໋າຍ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ອຽນ​ບ໋າຍ ສົມ​ທົບ​ກັບ​ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ກອງ​ທັບ Viettel ມອບ​ງົວ​ພັນ 80 ໂຕ, ເຊິ່ງ​ແມ່ນ​ຂອງ​ຂວັນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ພິ​ເສດ​ຂຶ້ນ​ກັບ 3 ຕາ​ແສງ: ຟູ໋ງ​ລວງ, ເຈ໋​ກູ​ຍາ ແລະ ລາ​ປ໋ານ​ເຕີ້ນ. ແຕ່​ເດືອນ 5/2014, ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ​ຂອງ​ປະ​ທານ​ປະ​ເທດ, ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ກອງ​ທັບ ໄດ້​ຮັບ​ການມອບ​ໝາຍ​ໜ້າ​ທີ່​ສົມ​ທົບ​ກັບ​ກອງບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ, ຄະ​ນະ​ກຳ​ມະ​ການ​ປ​ຊາ​ຊົນ​ແຂວງ ແລະ ບັນ​ດາ​ຄະ​ນະ, ຂະ​ແໜງ​ການ​ຜັນ​ຂະ​ຫຍາຍ​​ການ​ເຄື່ອນ​ໄຫວ “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື​່ອ​ປະ​ຊາ​ຄົມ​” ດ້ວຍ​ສານ​ທີ່​ວ່າ “ປະ​ຊາ​ຄົມ​ຊ່ວຍ​ເຫຼືອ​ກັນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກຍາກ, ພັດ​ທະ​ນາ​ແບບ​ຍືນ​ຍົງ”. ຕາມນັ້ນ​ແລ້ວ, ໂຄງ​ການ​ຈະ​ໜູນ​ຊ່ວຍ​ບາງ​ຄອບ​ຄົວ​ທຸກ​ຍາກ​ຂຶ້ນ​ກັບ 11 ແຂວງເຂດ​ຊາຍ​ແດນ​ທາງ​ພາກ​ເໜືອ ແລະ ພາກ​ຕາ​ເວັນ​ຕົກ​​ສ່ຽງ​ເໜືອ ງົວ​ພັນ​ມີ​ມູນ​​ຄ່າ 15 ລ້ານ​ດົ່ງ. ຄະ​ນະ​ຊີ້​ນຳ​ຈະ​ຈັດ​ຕັ້ງ​ການ​ຊື້​ງົວ​ພັນ​ດ້ວຍ​ແຫຼ່ງ​ທຶນ​ຈາກ​ການ​ຂະ​ຫຍາຍ​ບັນ​ດາ​​ການບໍ​ລິ​ການ​ໂທ​ລະ​ຄົມ​ຂອງ​​ກຸ່ມ​ບໍ​ລິ​ສັດໂທ​ລະ​ຄົມ​ກອງ​ທັບ Viettel


ຂ່າວ/ບົດ​ອື່ນ