ປະທານປະເທດຫວຽດນາມຝາກ ໂທລະເລກ ຢ້ຽມຢາມຖາມຂ່າວ ຄອບຄົວຜູ້ທີ່ໄດ້ເສຍສະຫລະຊີວິດເພື່ອ ກູ້ເອົາຊີວິດຄົນ

ປະທານປະເທດຫວຽດນາມຝາກ ໂທລະເລກ ຢ້ຽມຢາມຖາມຂ່າວ ຄອບຄົວຜູ້ທີ່ໄດ້ເສຍສະຫລະຊີວິດເພື່ອ ກູ້ເອົາຊີວິດຄົນ - ảnh 1

(ພາບ: truongtansang.net)

(vovworld)- ວັນ​ທີ 3/5, ​ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້ຝາກ​ໂທລະ​ເລກ​ຢ້ຽມຢາມ​ຖາມ​ຂ່າວ​, ລະດົມ​ກຳລັງ​ໃຈຄອບຄົວ​ນ້ອງ​ຫງວຽນ​ວັນນາ​ມ, ນັກຮຽນ​ມັດທະຍົມ​ຕອນ​ປາຍ​ຢູ່​ເມືອງ​ໂດ​ເລືອ​ງ ​ແຂວງ​ເງະ​ອານ ຊື່​ງ​ໄດ້​ເສຍ​ສະຫລະ​ຊີວິດ​ເພື່ອ​ກູ້​ເອົາ​ຊີວິດ​​ເດັກນ້ອຍ 5 ຄົນ​ລອດ​ຕາຍ​ດຶກ​ນ້ຳ​ເມື່ອ​ວັນ​ທີ 30/4 ຜ່ານ​ມາ. ​ໃນ​ຈົດໝາຍ, ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຊີ້​ແຈງ​ວ່າ: ຂ້າພະ​ເຈົ້າມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ ຕໍ່​ການ​ກະທຳ​ຢ່າງ​ພິລະອາດ​ຫານຂອງ​ນ້ອງ​ຫງວຽນ​ວັນນາ​ມ. ນ້ອງ​ແມ່ນ​ແບບຢ່າງ​ທີ່​ດີ​ເດັ່ນ​ໃຫ້​ຊາວ​ໜຸ່ມ​ເຍົາວະ​ຊົນ​ທົ່ວ​ປະ​ເທດ​ຮ່ຳຮຽນ​ຕາມ. ຂ້າພະ​ເຂົ້າຂໍ​ແບ່ງປັນ​ຄວາມ​ເສົ້າສະຫຼົດ​ໃຈ​ມາ​ຍັງ​ຄອບຄົວ​ນ້ອງ​ຫງວຽນ​ວັນນາ​ມ ​ແລະ ຂໍ​ໃຫ້​ພໍ່​ແມ່, ຍາດຕິ​ພີ່ນ້ອງຂອງ​ນ້ອງ ຈົ່ງ​ຜ່ານ​ຜ່າ​ຄວາມ​​ເສຍ​ຫາຍເຈັບ​ປວດ​ນີ້ ​ແລະ​ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ນ້ອງ ຜູ້​ທີ​ມີ​ເມ​ຕາ​ຈິດ, ​ເສຍສະ​ເຫຼະຊີວິດ​ເພື່ອ​ກູ້​ເອົາ​ຊີວິດ​ຄົ​ນ.

ຂ່າວ/ບົດ​ອື່ນ