ປະທານປະເທດຫວຽດນາມພົບປະກັບບັນດາວິສາຫະກິດລົງທຶນເຂົ້າຕະຫຼາດລັດເຊຍ

ປະທານປະເທດຫວຽດນາມພົບປະກັບບັນດາວິສາຫະກິດລົງທຶນເຂົ້າຕະຫຼາດລັດເຊຍ - ảnh 1

ທ່ານ ປະທານ​ປະ​ເທດ​ ເຈືອງເຕິນຊາງ ພົບ​ປະ​ກັບ​ບັນດາ​
ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​​ຕະຫຼາດ​ລັດ​ເຊຍ
(ພາບ: voh.com.vn)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 24/5,​ ຢູ່ ນະຄອນ ​ໂຮ່ຈິ​ມິນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ​ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ບັນດາ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ​ນະຄອນ,​ ປຶກສາ​ຫາລື​ ກ່ຽວ​ກັບ​ບັນຫາ​ການ​ລົງທຶນ​ເຂົ້າ​ໃນ​ຕະຫຼາດ ລັດ​ເຊຍ, ພິ​ເສດ​ແມ່ນ​​ ມົດ​ສະ​ກູ. ທີ່​ການ​ພົບ​ປະ, ​ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕິ​ນ ຊາງ ​ໄດ້​ຮັບ​ຟັງ​ບັນດາ​ວິ​ສາ​ຫະກິດ​ລາຍ​ງານ ກ່ຽວ​ກັບ​ບັນດາ​ກາລະ​ໂອກາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ລົງທຶນ​ເຂົ້າ​​ສະຫະພັນ ລັດ​ເຊຍ, ພິ​ເສດ​ແມ່ນ​ນັບ​ແຕ່​ໝາກຜົນ​ແຫ່ງ​ການ​ປະຕິບັດ​ຖະ​ແຫຼ​ງລວມ ຫວຽດນາມ-ສະຫະພັນ ລັດ​ເຊຍ ​ແລະ ທ່າ​ອ່ຽງການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ-​ລັດ​ເຊຍ. ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕິ​ນຊາງ ຖື​ວ່າ: ການ​ແລກປ່ຽນ​ດ້ານການ​ຄ້າ, ການ​ລົງທຶນ ລະຫວ່າງ 2 ປະ​ເທດ ຈະ​ຊອກ​ຫາ​ໄດ້​ບັນດາ​ວິທີ​ການລົງທຶນ​ເໝາະ​ສົມ​ ​ແລະ ມີ​ປະສິດທິ​ຜົນທີ່​ສຸດ. ທ່ານ​ປະທານ​ປະ​ເທ​ດຫວຽດນາມ ​ເຈືອງ​ເຕິ​ນຊາງ ​ເນັ້ນ​ໜັກ​ວ່າ:

        ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ ຂະຫຍັນ​ຂັນ​ເຄື່ອນຂອງ​ພວກ​ສະຫາຍ​,​​ ​ເຖິງ​ວ່າ​ໃນ​ຂະ​ນະທີ່ມະ​ຫາ​ພາກ​ບໍ​ທັນ​ສຳ​ເລັດ,  FTA ບໍ່​ທັນ​ມີ, ​ແຕ່​ພວກ​ສະຫາຍ​ໄດ້​ຊອກ​ຫາ​ຢູ່ທຸກ​ແຫ່ງແລ້ວ,  ​ພວກ​ເຮົາ​ຕ້ອງເຄື່ອນ​ໄຫວ​ຄື​ແນວ​ໃດໃຫ້​ສະດວກ​ ​​​ແລະ ຕ້ອງປະຕິບັດ​ຕາ​ມມາດຕະຖານ​ສາກົນ​. ​ກ່ອນ​ອື່ນ​ໝົດແມ່ນ​ຕ້ອງ​ມີ​ການສົມທົບ​ກັນ​ໃນ​ການຈັດ​ຕັ້ງ​ງານ​ຕະຫຼາດນັດສິນຄ້າ ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ.

ຂ່າວ/ບົດ​ອື່ນ