ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

(VOVWORLD) - ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ, ຕອນຄ່ຳວັນທີ 09 ກັນຍາ ທີ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ແລະ ພັນລະຍາ ໄດ້ເຂົ້າຮ່ວມລາຍການສະແດງດົນຕີປະສານສຽງໂດຍວົງດົນຕີປະສານສຽງ NHK Symphony Orchestra ສະແດງ.

ການເຂົ້າຮ່ວມຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ພັນລະຍາໃນຄ່ຳຄືນດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ການພົວພັນ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ, ເພື່ອຕອບສະໜອງການມີໜ້າຂອງພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ຢູ່ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ເຊິ່ງໄດ້ຈັດຕັ້ງໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຍີ່ປຸ່ນ ຂອງທ່ານປະທານປະເທດ ຫວຽດນາມ ແລະ ພັນລະຍາ (29/05 – 02/06/2018), ກໍ່ຄືຢູ່ລາຍການສະແດງດົນຕີປະສານສຽງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ໂດຍວົງດົນຕີປະສານສຽງແຫ່ງຊາດ ຫວຽດນາມ ສະແດງຢູ່ ຍີ່ປຸ່ນ ເມື່ອເດືອນ ກໍລະກົດ ຜ່ານມາ.

 

ຕອບກັບ

ຂ່າວ/ບົດ​ອື່ນ