ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະພັກກຸ່ມບັນດາອົງການສູນກາງ

ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະພັກກຸ່ມບັນດາອົງການສູນກາງ - ảnh 1
ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນ
ສ້າງຕັ້ງຄະນະພັກກຸ່ມບັນດາອົງການສູນກາງ

(vovworld) - ຕອນ​ເຊົ້າ​ວັນ​ທີ 9/4, ຢູ່ ຮ່າ​ໂນ້ຍ, ອົງຄະ​ນະ​ພັກກຸ່ມ​ບັນດາ​ອົງການ​ຈັດ​ຕັ້ງສູນ​ກາງຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ​ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ (11/4/2007-11/4/2017) ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ (ຄັ້ງ​ທີ​ສອງ).

​        ໃນ 10 ປີຜ່ານມາ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ໂດຍ​ກົງ ​ແລະ ​ເປັນ​ປະຈຳ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ, ຄະນະ​ພັກ​ທຸກ​ຂັ້ນ ​ແລະ ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ​ຂອງອົງຄະ​ນະ​ພັກກຸ່ມ​ບັນດາ​ອົງການ​ຈັດ​ຕັ້ງສູນ​ກາງ ​ໄດ້​ມານະ​ພະຍາຍາມ​ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ຫຼາຍ​ຢ່າງ, ສ້າງ​ການ​ຫັນປ່ຽນ​ທີ່​ສຳ​ຄັນ ​ແລະ ຮອບດ້ານ​ພໍ​ສົມຄວນ​ໃນ​ວຽກ​ງານ​ທຸກ​ດ້ານ. ​ໃນ​ໄລຍະ​ຈະ​ມາ​ເຖິງອົງຄະ​ນະ​ພັກກຸ່ມ​ບັນດາ​ອົງການ​ຈັດ​ຕັ້ງສູນ​ກາງສືບ​ຕໍ່​ຜັນ​ຂະຫຍາຍ​ວຽກ​ງານ​ກໍ່ສ້າງ​ພັກ​ທຸກ​ດ້ານ​ຢ່າງຮອບດ້ານ, ຄົບ​ຊຸດ ​ແລະ ​ເລິກ​ເຊິ່ງ, ຮັກສາ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ​ເສີມ​ຂະຫຍາຍ​ບົດບາດຊີ້​ນຳນຳ​ພາ, ​​ເປັນແກ່ນສານ​ດ້ານການ​ເມືອງຂອງ​ອົງການ​ຈັດ​ຕັ້ງ​ພັກ. ທ່ານ ຫງວຽນ​ກວາງ​ເຢືອງ, ​ເລຂາຄະ​ນະ​ພັກກຸ່ມ​ບັນດາ​ອົງການ​ຈັດ​ຕັ້ງສູນ​ກາງ, ​ໃຫ້​ຮູ້​ວ່າ:

        “ສຸມ​ໃສ່​ຊີ້​ນຳ​ນຳພາ​ພະນັກງານ, ສະມາຊິກ​ພັກ​ຈັດ​ຕັ້ງ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ບັນດາ​ອົງການ, ຫົວໜ່ວຍ. ​ເສີມ​ຂະຫຍາຍ​ຈິດ​ໃຈ​ຮັບ​ຜິດ​ຊອບ​ໜ້າ​ທີ່ ​ແລະ ລັກສະນະ​ນຳ​ໜ້າ, ​ເປ​ັນ​ແບບຢ່າງ​ຂອງ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ເລຂາ​ຄະນະ​ພັກ, ຫົວໜ້າ​ອົງການ, ຫົວໜ່ວຍ, ຍົກ​ສູງ​ຄຸນ​ນະພາ​ບ​ໃນ​ການ​ເປັນ​ເສນາ​ທິການ, ສະ​ເໜີ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ເໝາະ​ສົມ​ກັບ​ຈິດ​ໃຈ​ປະຊາຊົນ“.

        ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ເໜີ​ຄະ​ນະ​ພັກກຸ່ມ​ບັນດາ​ອົງການ​ຈັດ​ຕັ້ງສູນ​ກາງ​ທຸກ​ຂັ້ນສືບ​ຕໍ່​ການ​ປ່ຽນ​ໃໝ່​ແບບ​ວິທີຊີ້​ນຳ​ນຳພາ​ຢ່າງ​ແຮງ, ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຊີ້ນ​ຳນຳພາ​ຂອງ​ພັກ​ໃນ​ບັນດາ​ອົງການ, ຫົວໜ່ວຍ​ຢູ່​ສູນ​ກາງ. ພ້ອມ​ກັບອົງຄະ​ນະ​ພັກກຸ່ມ​ບັນດາ​ອົງການ​ຈັດ​ຕັ້ງສູນ​ກາງ​ເປັນ​ເຈົ້າ​ການ​ໃນ​ການ​ເປັນ​ເສນາ​ທິການ, ສະ​ເໜີ​ປັບປຸງການຈັດ​ຕັ້ງ​ກົງຈັກ, ຮັບປະກັນ​ບົດບາດນຳ​ພາ​ຂອງ​ພັກ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຮຽກຮ້ອງ​ວ່າ:

        “ອົງຄະ​ນະ​ພັກກຸ່ມ​ບັນດາ​ອົງການ​ຈັດ​ຕັ້ງສູນ​ກາງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຂັ້ນ​ກຳມະການ, ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຖັນ​ແຖວ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ ທີ່​ມີ​ຄວາມ​ສາມາດ, ຄຸນ​ນະ​ທາດ ​ແລະ ອິດ​ທິພົນ​ຊື່​ສຽງເທົ່າ​ທຽມ​ກັບ​ໜ້າ​ທີ່. ຍົກ​ສູງ​ລັກສະນະ​ນຳ​ໜ້າ, ​ເປັນ​ແບບຢ່າງ​ຂອງ​ພະນັກງານ, ສະມາຊິກ​ພັກ, ພິ​ເສດ​ແມ່ນ​ເລຂາ​ຄະນະ​ພັກ, ຫົວໜ້າ​ອົງການ, ຫົວໜ່ວຍ. ກໍ່ສ້າງ​ຖັນ​ແຖງ​ພະນັກງານ, ສະມາຊິກ​ພັກ​​ໃນອົງຄະ​ນະ​ພັກກຸ່ມ​ບັນດາ​ອົງການ​ຈັດ​ຕັ້ງສູນ​ກາງ​ໃຫ້ມີ​ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ, ປະຢັດ​ມັດທະຍັດ, ສັດ​ຊື່ບໍລິສຸດ, ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນລວມ, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ“.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ໄດ້​ປະດັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ​ໃຫ້ ອົງຄະ​ນະ​ພັກກຸ່ມ​ບັນດາ​ອົງການ​ຈັດ​ຕັ້ງສູນ​ກາງ ຍ້ອນ​ມີ​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ກໍ່ສ້າງ​ລັດທິ​ສັງຄົມ​ນິ​ຍົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ