ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດພິເສດຫວຽດນາມ-ຍີ່ປຸ່ນ

ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດພິເສດຫວຽດນາມ-ຍີ່ປຸ່ນ - ảnh 1
ປະທານປະເທດເຈີນດ້າຍກວາງ
ຕ້ອນຮັບເອກອັກຄະລັດຖະທູດພິເສດຫວຽດນາມ-ຍີ່ປຸ່ນ
(ພາບ: TTXVN)

(vovworld) - ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ພິ​ເສດ​ຫວຽດ​ນາມ-ຍີ່​ປຸ​່ນ Ryotaro Sugi ໃນ​ຕອນ​ບ່າຍ​ວັນ​ທີ 13/05, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ​ເຈີນ​ດ້າຍກວາງ​ ໄດ້​ເນັ້ນ​ໜັກ​ວ່າ, ຍີ່​ປຸ່ນ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ແຖ​ວ​ໜ້າ​ຂອງ​ຫວຽດ​ນາມ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ປັບ​ປຸງ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ ນັບ​ມື້​ນັບ​ເປີດກວ້າງ, ກາ​ນ​ພ​ົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ ໄດ້​ດຳ​ເນີນ​ຢ່າງ​ຟົດ​ຟື້ນ. 2 ປະ​ເທດ​ພວມ​ພ​້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົ​ງ​ຂັ້ນ​ສູງ, ໂຄງ​ການ​ສຳ​ຄັນ​ຫຼາຍ​ສະ​ບັບ ແນ​ໃສ່​ເປີດກວ້າງ ແລະ ເຮັດ​ໃຫ​້​ການ​ຮ່ວມ​ມື​ຮອບ​ດ້ານ​ຍິ່ງ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ, ປັບ​ປຸງ​ໃຫ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ ​ເຈີນ​ດ້າຍກວາງ​ ໄດ້​ຢືນ​ຢັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ແມ່ນຍ​າມ​ໃດ​ກໍ​ຖື​ຍີ່​ປ​ຸ່ນ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ ແລະ ຍາວ​ນານ, ທ່ານ​ຢືນ​ຢັນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ຈ​ະ​ສ້າງ​ເງື່ອນ​ໄຂ​ສະ​ດວກ ເພື່ອ​ໃຫ້​ບັນ​ດ​າ​ວິ​ສ​າ​ຫະ​ກິດ​ເຂົ້າ​ມາ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ພິ​ເສດ​ຫວຽດ​ນາມ-ຍີ່​ປຸ​່ນ Ryotaro Sugi ສະ​ເໜີ 2 ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ກໍ່​ສ້າງ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ ແນ​ໃສ່​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ