ປະທານປະເທດເຈີ່ນດ້າຍກວາງພົບປະສັງສັນກັບບັນດາສາດສະດາຈານ,ຮອງສາດສະດາຈານຄົນໃໝ່

ປະທານປະເທດເຈີ່ນດ້າຍກວາງພົບປະສັງສັນກັບບັນດາສາດສະດາຈານ,ຮອງສາດສະດາຈານຄົນໃໝ່ - ảnh 1

ປະທນ​ປະ​ເທດ​ເຈີ່ນ​ດ້າຍ​ກວາງ​ພົບ​ປະ​ສັງ​ສັນ​ກັບ​ບັນດາ​
ສາດສະດາຈານ,ຮອງ​ສາດສະດາຈານ​ຄົນ​ໃໝ່
(ພາບປະຊາຊົນ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 05/11, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ​ກັບ​ບັນດາ​ສາດສະດາຈານ, ຮອງສາດສະດາຈານ​ຄົນ​ໃໝ່ ​ຊຶ່ງ​ຫາ​ກໍ່​ໄດ້​ຮັບ​ການ​ຮັບ​ຮູ້​ບັນລຸມາດຕະຖານຖານ​ະຕຳ​ແໜ່​ງສາດສະດາຈານ, ຮອງ​ສາດສະດາຈານ​ປີ 2016. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ຊີ້​ແຈ້ງວ່າ: ພັກ, ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ພາລະກິດ​ສ້າງ, ພັດທະນາ​ຖັນ​ແຖວນັກ​ປັນຍາ​ຊົນ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​​ເຖິງ ການ​ສອນ, ​ເຜືອ​ຍ​ແຜ່​ຄວາມ​ຮູ້, ຄົ້ນພົບ​, ບຳລຸງ​ສ້າງ ຝຶກ​ອົບຮົມຜູ້​ມີ​ຄວາມ​ເກັ່ງ​ກ້າສາ​ມາດ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບ ສູງຮັບ​ໃຊ້​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວງ ຫວັງ​ວ່າ​.

        “ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ບັນດາ​ສາດສະດາຈານ, ຮອງ​ສາດສະດາຈານ ດ້ວຍຄວາມ​ສຸດ​ຈິດ​ສຸດ​ໃຈ, ມານະ​ຈິດ, ສະຕິ​ປັນຍາ, ກຽດ​ສັກ​ສີ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ, ຝຶກ​ຝົນ​ຫຼໍ່​ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ, ສູ້​ຊົນ, ສົມ​​ເປັນ​ແບບຢ່າງ​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ​, ອອກ​ແຮງ​ງານ​ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ໃຫ້​ເພື່ອ​ນຮ່ວມ​ອາຊີບ, ນັກຮຽນ, ຄອບຄົວ ​ແລະ ສັງຄົມ​ປະຕິບັດ​ຕາມ; ພ້ອມ​ທັງ ນັບມື້​ນັບ​ມີ​ການ​ປະກອບສ່ວນຫລາຍ​ຢ່າງ​ໃຫ້​​ແກ່ພາລະກິດ​ການ​ສຶກສາ - ບຳລຸງ​ສ້າງ ​ແລະ ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີຢ່າງແທດ​ຈິງ, ມີ​ປະສິດທິ​ຜົນ

        ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ສະພາສາດ​ສະ​ດາ​ຈານ​ແຫ່ງ​ລັດ ຄວນ​ມີ​ບັນດາ​ການສະ​ເໜີ​ ທີ່​ມີລັກສະນະ​ວິ​ທະ​ຍາ​ສາດ ​ແລະ ລັກສະນະ​ພຶດຕິ​ກຳ​ຕົວ​ຈິງ​ສູງ​ກ່ຽວກັບ​ມາດຕະຖານ, ວິທີ​ຕີ​ລາຄາ, ວິທີ​​ຮັບ​ຮູ້…​ເພື່ອ​ວຽກ​ງານ​ນີ້ ​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ພັດທະນາ; ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ສາດສະດາຈານ, ຮອງ​ສາດສະດາຈານ​ເໝາະ​ສົມ​ກັບ​ມາດຖານ​ສາກົນ, ສົມ​​ກັບ​ນາມມະ​ຍົດ​ສູງ​ສົ່ງ ຊຶ່ງ​ລັດຮັບຮອງ​, ປະຊາຊົນ​ເຊີດ​ຊູ.

ຂ່າວ/ບົດ​ອື່ນ