ປະທານປະເທດເຈີນດ້າຍກວາງຢ້ຽມຢາມກອງພັນໃຫຍ່ກອງທັບອາກາດ925

ປະທານປະເທດເຈີນດ້າຍກວາງຢ້ຽມຢາມກອງພັນໃຫຍ່ກອງທັບອາກາດ925 - ảnh 1
(ທ່ານປະທານປະເທດເຈີນດ້າຍກວາງ
ຢ້ຽມຢາມກອງພັນໃຫຍ່ກອງທັບອາກາດ 925)

(vovworld) - ​ຕອນ​ເຊົ້າ​ວັ​ນ​ທີ 26/06, ທ່ານ​ປະ​ທ​ານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໄປ​ຢ້ຽມ​ຢາມກອງ​ພັນ​ໃຫຍ່ກອງທັບ​ອາກ​າດ 925, ທີ່​ຕັ້ງ​ທັບ​ຢູ່​ເມືອງ ຟຸ່​ກ໋າດ, ແຂວງ ບິ່ງດິ້ງ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາບ​ການ​ໃນ​ໂລກ​ ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ, ຍາກ​ທີ່​ຄ​າດ​ຄະ​ເນ​ໄວ​ກ່ອນ​ໄດ້. ຄ​ຽງ​ຂ້າງ​ບັນ​ດາ​ກາ​ລະ​ໂອກາດ, ຄວາມ​ສະ​ດວກ, ​ປະເທດ​ເຮົາ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​. ເພາະ​ສະ​ນັ້ນ, ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່ ພວ​ມ​ວາງ​ອອກ​ບັນ​ດາ​ຄວາມ​ຮ​ຽກ​ຮ້ອງ​ໃໝ່, ຮຽກ​ຮ້ອງ​ໃຫ້​ກຳ​ລັງ​ກອງ​ທັບ​ອາ​ກາດ​ເວົ້າ​ລວມ ແລະ ກອງ​ພັນ​ໃຫຍ່ກ​ອງທັບ​ອາກ​າດ 925 ເວົ້າ​ສະ​ເພາະ ຕ້ອງ​ໄດ້​ກະ​ກຽມ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້ເ​ປັນ​ຢ່າງ​ດີິ, ກ່ຽມ​ພ້ອມ​ການ​ສູ້​ຮົບ, ປົກ​ປັກ​ຮັກ​ສາ​ອ​ະ​ທິ​ປະ​ໄຕ​​ຂອງ​ປະ​ເທ​ດ​ຊາດ​ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດຢ່າງ​ຄົບ​ຖ້ວນ…

        “ກອງ​ພັນ​ໃຫຍ່ຕ້ອງ​ຊາບ​ຊຶມ​ສະ​ພາບ​ການ, ໜ້າ​ທີ່​ປະ​ຕິ​ວັດ​ໃນ​ໄລ​ຍະ​ໃໝ່​ຢ່າງ​ເລິກ​ເຊິ່ງ ​ເປັນ​ພື້ນ​ຖານເພື່ອ​ກຳ​ນົດ​ທິດ​ທາງ​, ກຳ​ນົດ​ເປົ້າ​ໝາຍ, ເນື້ອ​ໃນ​ການ​ຝຶກ​ຊ້ອມ ແລະ ກໍ່​ສ້າງກົມ​ກອງ… ຄົ້ນ​ຄວ້າ, ​ນຳໃ​ຊ້​ບັນ​ດາ​ຜົນ​ງານ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ​ເຂົ້າ​ໃນ​ວຽກ​ງານຝຶກ​ຊ້ອມ​ຢ່າງ​ມີ​ປະ​ສິດ​ທິ​ຜົ​ນ. ຄຸ​້ມ​ຄອງ, ນ​ຳ​ໃຊ້​ອາ​ວຸດ​ປະ​ເພດ​ຕ່າງໆ, ອຸ​ປະ​ກອ​ນ​ເຕັກ​ນິກ​ທີ່​ທັນ​ສະ​ໄໝ ແລະ ບັນ​ດາ​ອາ​ວຸດ​ອື່ນໆ, ພາ​ຫະ​ນະ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ.”

ຂ່າວ/ບົດ​ອື່ນ