ປະທານປະເທດເຈີນດ້າຍກວາງເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ອີຢິບ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ເອທີໂອປີ Mulatu Teshome ແລະ ທ່ານປະທານາທິບໍດີອິຢິບ Abdel Fattah Al Sisi, ຕອນເຊົ້າວັນທີ 23 ສິງຫາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ພັນລະຍາ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ (ໃນລະຫວ່າງວັນທີ 23 – 25 ສິງຫາ) ແລະ ປະເທດອີຢິບ (ໃນລະຫວ່າງວັນທີ 25 – 29 ສິງຫາ).
ປະທານປະເທດເຈີນດ້າຍກວາງເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ອີຢິບ - ảnh 1 (ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ)

ການຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ອີຢິບ ຂອງທ່ານປະທານປະເທດ ເຈີນດ້າຍກວາງ ແລະ ພັນລະຍາ ຢືນຢັນວ່າ, ຫວຽດນາມ ຢືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດອາຟະລິກາ ເວົ້າລວມ, ກັບ ເອທີໂອປີ ແລະ ອີຢິບ ເວົ້າສະເພາະ. ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ການນຳຫວຽດນາມ ແລະ ບັນດາປະເທດ ເອທີໂອປີ ແລະ ອີຢິບ ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດເສດຖະກິດ, ການຄ້າ, ການລົງທຶນ; ຊອກຫາກາລະໂອກາດຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື: ກະສິກຳ, ວັດທະນະທຳ, ທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ