ປະທານປະເທດເຈີ່ນດ້າຍກວາງເລີ່ມຕົ້ນການເຂົ້າຮ່ວມAPEC2016

ປະທານປະເທດເຈີ່ນດ້າຍກວາງເລີ່ມຕົ້ນການເຂົ້າຮ່ວມAPEC2016 - ảnh 1
ປະທານປະເທດເຈີ່ນດ້າຍກວາງເລີ່ມຕົ້ນການເຂົ້າຮ່ວມAPEC2016

(vovworld) – ຕອນ​ບ່າຍ​ວັນ​ທີ 17/11 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລ​ະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄປ​ຮອດ​ນະ​ຄອນຫຼວງ Lima (ເປ​ຣູ), ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມ​ສັບ​ປະ​ດາ​ຂັ້ນ​ສູງ​ຄັ້ງ​ທີ 24 ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື ອາ​ຊີ - ປາ​ຊີ​ຟິກ  (APEC) ເຊິ່ງໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ Lima, ປະ​ເທດ ເປ​ຣູ, ແຕ່​ວັນ​ທີ 17 – 20/11/2016 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເປ​ຣູ Pedro Paplo Kuczynsky.

        APEC 2016 ແມ່ນ​ປີ​ທຳ​ອິດ​ທີ່​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ຍາວ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຄ​ຸນ​ນະ​ພາບ, ​ການປະ​ຕິ​ຮູບ​ໂຄງ​ປະ​ກອບ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ​ການຮ່ວມ​ມື​ບໍ​ລິ​ການ. ພາຍ​ໃຕ້​ຫົວ​ຂໍ້​ວ່າ “ການ​ເຕີບ​ໂຕ​ຄຸນ​ນະ​ພາບ ແລະ ​ການພັດ​ທະ​ນາ​ມະ​ນຸດ”, ປີ APEC ເປ​ຣູ 2016 ​ໄດ້ສຸມ​ໃສ່​ຊຸ​ກ​ຍູ້ 4 ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ນັ້ນ​ແມ່ນ: ຮ່ວມ​ສຳ​ພັນ​​ດ້ານເສດ​ຖະ​ກິດ​ພາກ​ພື້ນ ແລະ ການ​ເຕີບ​ໂຕ​ຄຸນ​ນະ​ພາບ, ຕະຫຼາດ​ທັນ​ຍາ​ຫານ​​ໃນພາກ​ພື້ນ, ຫັນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​ສຸດ, ນ້​ອຍ ແລະ ກາງ​ເປັນ​ທັນ​ສະ​ໄໝ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ໃນ​ຕະຫຼອດ 18 ປີ​ຜ່ານ​ມາ (ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມ APEC ປີ 1998), ຫວຽດ​ນາມ ​ໄດ້ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື APEC. ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເປັນ​ເຈົ້າ​ການ​ໃນ​ການ​ສະ​ເໜີ ແລະ ເຂົ້າ​ຮ່ວມຂໍ້​ລິ​ເລີ່ມ​ໃໝ່ຫຼາຍ​ຢ່າງ, ເປັນ​ປະ​ທານ​​ສະ​ເໜີ ແລະ ຜັນ​ຂະ​ຫຍາຍ​ກ່​ວາ 100 ໂຄງ​ການ​ໃນຫຼາຍ​ຂົງ​ເຂດ​ຄື: ການ​ຄ້າ, ການ​ລົງ​ທຶນ, ການ​ຮ່ວມ​ມື​ເສດ​ຖະ​ກິດ - ເຕັກ​ນິກ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ຮັບ​ມື​ກັບ​ສະ​ພາ​ວະ​ສຸກ​ເສີນ, ສາ​ທາ​ລະ​ນະ​ສຸກ… ຫວຽດ​ນາມ ກໍ່​ເຄີຍ​ຮັບ​​ດຳ​ລົງຫຼາຍ​​ຕຳ​ແໜ່ງ​ທີສຳ​ຄັນ​ໃນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຂອງ APEC.


ຂ່າວ/ບົດ​ອື່ນ