ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມແລະ ເຮັດວຽກຢູ່ແຂວງຢາລາຍ


ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມແລະ ເຮັດວຽກຢູ່ແຂວງຢາລາຍ - ảnh 1 

(ພາບ: vov)

 (vovworld)- ​ ​​ວັນ​ທີ 21-22/9, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ໄປ​ປະຕິ​ງານ​ຢູ່​ແຂວງ​ຢາ​ລາຍ ​ເພື່ອ​ຊອກຮູ້​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ການ​ປ້ອງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ແຂວງ. ທີ່​ນະຄອນ​ປ​ໄລ​ກູ, ​ແຂວງ​ຢາ​ລາຍ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ສະໜາມ​ຫຼວງ​ສາມັກຄີ ຊື່​ງມີ​ກິດຈະກຳ​ອະນຸສາວະລີ​ປະທານ​ໂຮ່ຈິ​ມິນ ກັບ​ບັນດາ​ຊົນ​ເຜົ່າ​ໄຕ​ງວຽນ.

  ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ໄປ​ຢ້ຽມຢາມ​ເມືອງ ກບາງ, ນະ​ທີ່​ນີ້, ທ່ານ​ໄດ້​ຕີ​ລາຄາ​ສູງ​ຄວາມ​ຕັດສິນ​ໃຈ​ຂອງ​ພໍ່​ແມ່​ປະຊາຊົນໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ທ່ານ​ໃສ່​ໃຈ​ວ່າ:

   “ຕ້ອງສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ປະຊາຊົນມີທີ່ດິນທຳການຜະລິດ. ບໍ່ມີສາຍເຫດ​​ໃດເພື່ອໃຫ້ປະຊາຊົນ​ຂາດທີ່ດິນທຳການຜະລິດ. ຂ້າພະເຈົ້າຂໍເນັ້ນໜັກວ່າຕ້ອງສ້າງທຸກເງື່ອນໄຂອຳນວຍຄວາມສະດວກທີ່ສຸດ, ບຸລິມະສິດອັນດັບ 1 ​ເພື່ອໃຫ້ປະຊາຊົນມີທີ່ດິນທຳການຜະລິດແລະ ຕ້ອງຂົນຂວາຍປະຊາຊົນບໍ່
ໄດ້ຂາຍ
ທີ່ດິນ, ຮັກສາທີ່ດິນເພື່ອທຳການຜະລິດ“.

  ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​​ແຂວງ​ຢາ​ລາຍ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຖື​ວ່າ, ຢາ​ລາຍ​ ຕ້ອງ​ຖື​ການ​ພັດທະນາ​ເສດຖະກິດ​ກະສິກຳ, ປ່​າໄມ້​ເປັນ​ສຳຄັນ. ທ່ານ​ສະ​ເໜີ​ຕ້ອງ​ສຸມ​ໃສ່​ບັນດາ​ມາດ​ຕະການ, ຕິດ​ພັນ​ກັບ​ບັນດາ​ໂຄງການ​ໜູນ​ຊ່ວຍ​ຢ່າງ​ສຸດ​ຂີດ ​ເພື່ອ​ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ, ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ./.

ຂ່າວ/ບົດ​ອື່ນ