ປະທານປະເທດເຈືອງ ເຕີນຊາງເຮັດວຽກຢູ່ ຫາຍຟ່ອງ


ປະທານປະເທດເຈືອງ ເຕີນຊາງເຮັດວຽກຢູ່ ຫາຍຟ່ອງ - ảnh 1

ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ

(ພາບ: vnmedia.vn)

 (vovworld)- ​ ​ວັນ​ທີ 21/7, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ສູນ​ກາງ​ໄດ້​ໄປ​ຢ້ຽມຢາມ ​ແລະ ກວດກາ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ນະຄອນ​ຫາຍ​ຟ່ອງ. ທີ່​ການ​ເຮັດ​ວຽກກັບພະນັກງານ​ຫຼັກ​ແຫຼ່ງຂອງ​ເມື​ອງ​ເກາະ​ແບກ​ລອງ​ວິ້, ​ ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເມືອງ​ເກາະ, ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ພິ​ເສດ​ແມ່ນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ບົນ​ທະ​ເລ​ກໍ່​ຄື​ພັດທະນາ​ເສດຖະກິດ​ທະ​ເລ.

   ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ​ ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ເຮັດ​ວຽກ​ກັບ​ກອງ​ບັນຊາ​ການ​ທະຫານ​ເຂດ 3, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ, ກອງ​ບັນຊາ​ການ​ຈົ່ງ​ຍູ້​ແຮງ​ວຽກງານ​ກໍ່ສ້າງ​ພັກ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ດ້ານ​ການ​ເມືອງ​ໃຫ້​ແກ່​ພະນັກງານ, ນັກຮົບ, ຫັນ​ການ​ປະກອບ​ເຄື່ອງ​ວັດ​ຖຸອຸປະກອນ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ​​ເພື່ອ​ຕອບ​ສະໜອງ​ໜ້າ​ທີ່​ຍຸດ​ທະ​ສາດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ປະຕິວັດ​ໃໝ່./.

ຂ່າວ/ບົດ​ອື່ນ