ປະທານປະເທດເຈືອງເຕິນ ຊາງໃຫ້ການຕ້ອນຮັບ ປະທານສະພາສູງ ອາເມລິກາ Patrick Leahy


ປະທານປະເທດເຈືອງເຕິນ ຊາງໃຫ້ການຕ້ອນຮັບ ປະທານສະພາສູງ ອາເມລິກາ Patrick Leahy - ảnh 1
(
ພາບ: TTXVN)

 (vovworld)- ​​ ທີ່​ການ​ຕ້ອນຮັບ​ທ່ານປະທານ​ສະພາ​ສູງ​ອາ​ເມ​ລິ​ກາ Patrick Leahy ​ເມື່ອ​ຕອນ​ເຊົ້າວັນ​ທີ 18/4, ຢູ່​ສຳນັກງານປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ​​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ: ຫວຽດນາມ ຖື​ການ​ພັດທະນາ​ການ​ພົວພັນ​ຮອບດ້ານ​ກັບ​ອາ​ເມ​ລິ​ກາ ເປັນ​ສຳຄັນ​ທີ່​ສຸດ, ຍາມ​ໃດ​ກໍ່​ຖື​ວ່າ: ອາ​ເມ​ລິ​ກາ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ. ທ່ານປະທານ​ປະ​ເທດ​​ເຈືອງ​ເຕິ​ນຊາງ ສະ​ເໜີ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຈົ່ງ​ສະໜັບສະໜູນ​ເປີດ​ປະຕູ​ໃຫ້​ສິນຄ້າ​ຫວຽດນາມ; ຫລຸດຜ່ອນ​ບັນດາ​ຮົ້ວກີດຂວາງ​ດ້ານ​ການ​ຄ້າ, ຮັບຮອງ​ຫວຽດນາມ ມີ​ພື້ນຖານ​ເສດ​ຖະກິດ​ການ​ຕະຫຼາດ​ໂດຍ​ໄວ, ສະໜັບສະ​ໜູນ​ການ​ເຈລະຈາ​ສັນຍາ TPP…

  ສ່ວນທ່ານປະທານ​ສະພາ​ສູງ​ອາ​ເມ​ລິ​ກາ Patrick Leahy ຖື​ວ່າ: ການ​ພົວພັນ​ລະຫວ່າງຫວຽດນາມ-​ອາ​ເມ​ລິ​ກາ ​ໄດ້​ມີ​ບາດກ້າວ​ພັດທະນາ​ທີ່​ໜ້າ​ຊື່ນ​ຊົມ, ​ແທດ​ຈິງ, ມີ​ປະສິດທິ​ຜົນ​ກ່ວາ​ໃນ​ຫຼາຍ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທ​ດ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ. ທ່ານ Patrick Leahy ຢືນຢັນ​ວ່າ: ຍາມ​ໃດ, ອາ​ເມ​ລິ​ກາ ກໍ່​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການລົງທຶນ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ​ບຳລຸງ​ສ້າງ, ສົມທົບ​ກັນ​ແກ້​ໄຂ​ບັນດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ./.

ຂ່າວ/ບົດ​ອື່ນ