ປະທານປະເທດເຈືອງເຕີ້ນຊາງ ມອບຂໍ້ຕົກລົງເລື່ອນຊັ້ນພົນໂທໃຫ້ນາຍທະຫານຂັ້ນສູງກອງທັບ

ປະທານປະເທດເຈືອງເຕີ້ນຊາງ ມອບຂໍ້ຕົກລົງເລື່ອນຊັ້ນພົນໂທໃຫ້ນາຍທະຫານຂັ້ນສູງກອງທັບ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ມອບ​ຂໍ້ຕົກ​ລົງເລື່ອນ​ຊັ້ນ​ຈາກ​ພົນ​ຕີ​ຂຶ້ນ​ພົນ​ໂທ​ໃຫ້​ແກ່​ບັນ​ດາ​ນາຍ​ທະ​ຫານ​ 4 ທ່າ່ນຂອງກອງ​ທັບ​ປະ​ຊາຊົນຫວຽດ​ນາມ

(vovworld)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, 25 ປີ​ແຫ່ງວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຊາດ, ຕອນ​ບ່າຍ​ວັນ​ທີ 19/12, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ມອບ​ຂໍ້ຕົກ​ລົງເລື່ອນ​ຊັ້ນ​ຈາກ​ພົນ​ຕີ​ຂຶ້ນ​ພົນ​ໂທ​ໃຫ້​ແກ່​ບັນ​ດາ​ນາຍ​ທະ​ຫານ​ຂັ້ນ​ສູງ​ຂອງກອງ​ທັບ​ປະ​ຊາຊົນຫວຽດ​ນາມ. ໃນ​ນັ້ນ​ມີ ພົນ​ຕີ ເລືອງ​ເກືອງ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ເມ​ືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ພົນ​ຕີ ວໍ້​ຕ້ຽນ​ຈຸງ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ. ທີ່​ພີິທີເລື່ອນ​ຊັ້ນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຢືນ​ຢັນ​ວ່າ ນີ້​ແມ່ນ​ບັນ​ດາ​ນາຍ​ທະ​ຫານ​ທີ່​ດີ​ເດັ່ນ​ຂອງ​ພັກ, ລັດ ແລະ ກອງ​ທັບ ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທ​ດ​ຊາດ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ສະ​ເໜີ​ບັນ​ດາ​ນາຍ​ທະ​ຫານ​ຈົ່ງ​ສືບ​ຕໍ່​ຝຶກຝົນ ຫຼໍ່ຫຼອມ, ຍົກ​ສູງ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການກໍ່​ສ້າງ, ສູ້​ຮົບຂອງກອງ​ທັບ​ໃນ​ສະ​ພາບ​ການ​ໃໝ່. 

ຂ່າວ/ບົດ​ອື່ນ