ປະທານປະເທດເຈືອງເຕີນຊາງຕີລາຄາສູງໝາກຜົນແຫ່ງການເຄື່ອນໄຫວຂອງຫ້ອງວ່າການປະທານປະເທດ

ປະທານປະເທດເຈືອງເຕີນຊາງຕີລາຄາສູງໝາກຜົນແຫ່ງການເຄື່ອນໄຫວຂອງຫ້ອງວ່າການປະທານປະເທດ - ảnh 1
ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ
(ພາບປະກອບ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 14/1, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2015 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2016 ຂອງ​ຫ້ອງ​ວ່າການ​ປະທານ​ປະ​ເທດ. ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸມ, ທ່ານ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ເລື່ອງ​ໃນ​ປີ 2015, ຫ້ອງ​ວ່າການ​ປະທານ​ປະ​ເທດ ​ໄດ້​ປະ​ຕິ​ບັດ​ຂໍ້​ກຳນົດ​ກົດໝາຍ​​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ, ​ເຊັນ​ປະກາດ​ບັນ​ດາ​ກົດໝາຍຄຳ​ສັ່ງ​ອະ​ໄພ​ຍະ​ໂທ​ດ, ​ການ​ແຕ່ງ​ຕັ້ງ​ນັກ​ໄອ​ຍະ​ການ, ປະທານ​ສານ… ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ ​ແລະ ​ຖືກຕ້ອງ. ພ້ອມ​ກັນ​ນັ້ນ, ຫ້ອງ​ວ່າການ​ໄດ້​ກະກຽມ ​ແລະ ປະຕິບັດ​​ຜົນ​ບັນດາ​ລາຍການ, ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ປະທານ​ປະ​ເທດ ​ແລະ ຮອງ​ປະທານ​ປະ​ເທດ ​ໃນ​ປີ 2015, ​ເຊິ່ງ​ແມ່ນ​ປີ​ມີ​ບັນດາ​ການເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ສຳຄັນຫລາຍຢ່າງຂອງ​ປະ​ເທດ​ຊາດຢ່າງມີ​ປະສິດທິ. ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມື່ອ​ປະ​ເທດ​ເຊື່​ອມ​ໂຍງ, ບັນດາ​ພະນັກງານ​ຂອງ​ຫ້ອງ​ວ່າການ​ປະທານ​ປະ​ເທດ​ຕ້ອງ​ປະຕິບັດ​ກົດໝາຍ, ບໍ່​ປະ​ໃຫ້​ເກີດ​ສະພາບ​ປ່ຽນ​ແປງ, ປັບປຸງ, ​ເພີ່ມ​ເຕີມ​ກົດໝາຍຫລາຍ​ເກີນ​ໄປ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ວ່າ: ປີ 2016, ຫ້ອງ​ວ່າການ​ປະທານ​ປະ​ເທດ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຜັນ​ຂະຫຍາຍ​ບັນດາ​ເອກະສານ​ກົດໝາຍ​ໃຫມ່​ທີ່​ໄດ້​ຮັບ​ການຮັບຮອງ​ເອົາ, ສຸມ​ໃສ່​ຊ່ວຍ​ວຽກ​ໃຫ້​ການ​ນຳ​ພັກ, ລັດ​ໃນ​ຂົງ​ເຂດ​ຕ່າງໆ.

ຂ່າວ/ບົດ​ອື່ນ