ປະທານປະເທດເຈືອງເຕີນຊາງຕ້ອນຮັບການນຳກຸ່ມບໍລິສັດGE

ປະທານປະເທດເຈືອງເຕີນຊາງຕ້ອນຮັບການນຳກຸ່ມບໍລິສັດGE - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ)

(vovworld) – ວັນ​ທີ 19/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Jeffrey Immelt, ປະທານ​ສະພາ​ຄຸ້ມ​ຄອງ, ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ General Electric (GE), ອາ​ເມ​ລິ​ກາ, ປະທານ​ຄະນະ​ກຳມະການ​ແກ່ງ​ແຍ່ງ ​ແລະ ວຽກ​​ເຮັດ​ງານທຳ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​​ເລື່ອງກຸ່ມ​ບໍລິສັດ GE ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດນາມ ​ແລະ ​ໄດ​້ມີ​ການ​ປະກອບສ່ວນ​ໃຫ້​ພື້ນຖານ​ເສດຖະກິດ​ຫວຽດນາມ ຢ່າງ​ຕັ້ງໜ້າ, ​ໂດ​ຍ​ສະ​ເພາະ​ແມ່ນ​ໃນ​ບັນ​ຂົງ​ເຂດ​ສາທາລະນະ​ສຸກ, ພະລັງງານ, ກໍ່​ສ້າງ ​ແລະ ຜະລິດ​ເຮືອ​ບິ​ນ. ​ແບ່ງປັນ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​​ຟິກ, ກໍ​ຄື​ບາງ​ສັນຍາ​ການ​ຄ້າ​ສາກົນ ​ເຊິ່ງຫວຽດນາມ ​ເຂົ້າ​ຮ່ວມ, ທ່ານ​ປະທານ​ປະ​ເທດ ​ໃຫ້​ຮູ້ວ່າ, ພ້ອມ​ກັບ​ເລ​ື່ອງມີ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ກວ່າ​ອີກນັ້ນ, ຫວຽດນາມ ພວມ​ມານະ​ພະຍາຍາມ​ກະກຽມ​​ເພື່ອ​ຮັບ​ມື ​ແລະ ປາດ​ຖະໜາ​ຢາກ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ຄູ່​ຮ່ວມ​ມື ​ເຊິ່ງພວມຮ່ວມ​ເດີນທາງ​ພ​້ອມກັບ​ການ​ພັດທະນາ​ຂອງຫວຽດນາມ, ​ເພື່ອ​ມີ​ບາດ​ກ້າວ​ພັດທະນາ​ສູງກວ່າ ​ເມື່ອ​ເຂົ້າ​ຮ່ວມ​ບັນດາ​ລະບອບການ​ຄ້າ​ໃໝ່.

ຂ່າວ/ບົດ​ອື່ນ