ປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະຜູ້ແທນອະດີດນັກຮົບກອງພົນ324

ປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະຜູ້ແທນອະດີດນັກຮົບກອງພົນ324 - ảnh 1
ປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະຜູ້ແທນອະດີດ
ນັກຮົບກອງພົນ324
(ພາບ: NGUYỄN KHANG /TTXVN)

(vovworld) – ​​​​ທີ່​ການ​ຕ້ອນ​ຮັບ​ໃນ​ຕອນ​ບ່າຍ​ວັນ​ທີ 24/6, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈື​ອງ​ເຕີນ​ຊາງ ໄດ້​ອວຍ​ພອນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ອະ​ດີດ​ນັກ​ຮົ​ບກອງ​ພົນ​ 324 ເນື່ອງ​ໃນ​ໂອ​ກາດ​ກະ​ກຽມ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ພົນ. ເມື່ອທົບ​ທວນ​ຄືນ​ບັນ​ດາ​​ໄຊ​ຊະ​ນະ​ອັນ​ພິ​ລະ​ອາດ​ຫານ​ຂອງ​ກອງ​ພົນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ຈົດ​ຈຳ, ​ເຄົາ​ລົບ, ຕີ​ລາ​ຄາ​ສູງ​ບັນ​ດາ​​ຄຸນ​ງາມ​ຄວາມ​ດີອັນ​ໃຫຍ່ຫຼວງ, ການ​ເສຍ​ສະຫຼະ​​ຂອງ​ບັນ​ດາ​ອະ​ດີດ​ນັກ​ຮົບ​ຂອງກອງ​ພົນ​ໃນ​ອະ​ດິດ​ຕະ​ການ ແລະ ປະ​ຈຸ​ບັນ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ: ພັກ, ລັດ ຈະ​ສ້າງ​ທຸກ​ເງື່ອນ​ໄຂ, ໜູນ​ຊ່ວຍຫຼາຍ​ກົນ​ໄກ​ນະ​ໂຍ​ບາຍ​​ພິ​ເສດ​ໃຫ້​ຂອງ​ບັນ​ດາ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ​ເວົ້າ​ລວມ, ແລະ ບັນ​ດາ​ອະ​ດີດ​ນັກ​ຮົບ​ຂອງ​ກອ​ງ​ພົນ​ເວົ້າ​ສະ​ເພາະ​. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ບັນ​ດາ​ອະ​ດີດ​ນັກ​ຮົບ​ກອງ​ພົນ 324 ຍາມ​ໃດ​ກໍ່​ເສີມ​ຂະ​ຫຍາຍ​ພຸມ​ປັນ​ຍາ, ອິດ​ທິ​ພົນ​ຊື່​ສ​ຽງ, ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ກອງ​ພົນ, ສົມ​ກັບ​ນາມ​ມະ​ຍົດ “ທະ​ຫານ​ລຸງ​ໂຮ່”, ແມ່ນ​ແບບ​ຢ່າງ​ທີ່​ເຫຼື້ອມ​ໃສ​ເພື່ອໃຫ້​ລຸ້ນ​ໜຸ່ມ​ຮຳ​່​ຮຽນ, ປະ​ຕິ​ບັດ​ຕາມ, ປະ​ກອບ​ສ່ວນ​ພ້ອມ​ກັບ​ທ້ອງ​ຖິ່ນ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມື​ເຂັ້ມ​ແຂງ, ສີ​ວິ​ໄລ.


ຂ່າວ/ບົດ​ອື່ນ