ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານກຸ່ມບໍລິສັດNikkei

ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານກຸ່ມບໍລິສັດNikkei - ảnh 1
ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ຍີ່ປຸ່ນ
(ພາບ: Nguyễn Khang/TTXVN)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ຍີ່ປຸ່ນ, ຕອນ​ຄຳ່​ວັນ​ທີ 17/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ Tsuneo Kita, ​ປະທານ​ກຸ່ມ​ບໍລິສັດ Nikkei, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ບົດບາດ​ຕັ້ງໜ້າ​ຂອງ Nikkei ​ໃນ​ການ​​ໂຄສະນາ​ກ່ຽວ​ກັບ ຫວຽດນາມ ກໍ່​ຄື​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ ​ເຖິງ​ປະຊາຊົນ ຍີ່ປຸ່ນ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ກໍ່​ຕີ​ລາຄາ​ສູງ​ເນື້ອ​ໃນ​ການ​​ແລກປ່ຽນ​ຢ່າງ​ເລີກ​ເຊິ່ງກ້ວາງ​ຂວາງ​ຂອງ​ກອງ​ປະຊຸມ “ອະນາຄົດ​ຂອງ ອາຊີ” ​ໂດຍ​ໜັງສືພິມ Nikkei ຈັດ​ຕັ້ງ​ປະຈຳ​ປີ, ຖື​ນີ້​ແມ່ນ​ເວທີ​ປາ​ໄສ​ສຳຄັນ ​ແລະ ມີອິດ​ທິພົນ​ຊື່​ສຽງ​ເພື່ອ​ໃຫ້​ການ​ນຳ ອາຊີ ​ເວົ້າ​ລວມ ​ແລ​ະ ຂອງ ຫວຽດນາມ ​ເວົ້າ​ສະ​ເພາະ​ແລ​ກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ສະ​ເໜີ​ທິດ​ທາງ​ຊຸກຍູ້​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ. ທ່ານ Kita ຢືນຢັນ​ວ່າ: ດ້ວຍ​ຖານະ​ເປັນ​ກຸ່ມ​ບໍລິສັດ​ສື່ສານ​ອັນ​ດັບ​ໜຶ່ງ​ຂອງ ຍີ່​ປຸ່ນ ນັ້ນ, Nikkei ຈະ​ສືບ​ຕໍ່​ສະໜອງ​ບັນດາ​ຂໍ້​ມູນ​ຂ່າວ​ທີ່​ມີ​ປະ​ໂຫຍ​ດ, ທັນ​ການ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ, ຜ່ານ​ນັ້ນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ