ປະທານປະເທດເຈືອງເຕີນຊາງຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານວິຫານຮຸ່ງ ແລະ ປຸກລະດົມວັນບຸນປູກຕົ້ນໄມ້

ປະທານປະເທດເຈືອງເຕີນຊາງຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານວິຫານຮຸ່ງ ແລະ ປຸກລະດົມວັນບຸນປູກຕົ້ນໄມ້ - ảnh 1
(ທ່ານປະທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້ປຸກລະດົມ​ວັນບຸນ​ປູກ​ຕົ້ນ​ໄມ້)

(vovworld) – ຕອນ​ເຊົ້າ​ວັນ​ທີ 24/02, ຢູ່​ເຂດປູຊະນີຍະ​ສະຖານປະຫວັດສາດ​ພິ​ເສດ​ແຫ່ງ​ຊາດ​ວິຫານ​ຮຸ່ງ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ມາ​ຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ຄຸນງາມຄວາມດີ​ຂອງ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ ທີ່​ໄດ້​ກໍ່​ຕັ້ງ​ຊາດ​ ​ແລະ ປຸກ​ລະດົມ “ວັນບຸນ​ປູກ​ຕົ້ນ​ໄມ້ຮູ້​ບູນຄຸນ​ຂອງ​ປະທາ​ນ​ໂຮ່ຈິ​ມິນ ລະດູບານ​ໃໝ່​ປີ​ມະ​ແມ 2015”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປຸກລະດົມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ວັນບຸນ​ປູກ​ຕົ້ນ​ໄມ້​ແມ່ນ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ຊຸມ​ມື​ບຸນ​ເຕັດ, ຕ້ອນຮັບ​ບຸນປີ​ໃໝ່.​ໃນ​ຊຸມ​ປີຜ່ານມາ, ຂະ​ບວນການ​ປູກ​ຕົ້ົນ​ໄມ້​ໃນ​ຍາມ​ບຸນ​ເຕັດ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ. ທ່ານ​ປະທານ​ປະ​ເທດ ກໍ່​ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ ​ແລະ ອຳນາດ​ການ​ປົກຄອງທ້ອງ​ຖິ່ນ, ບັນດາ​ກະຊວງ, ຂະ​ແໜງ​ການ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ໝູ່​ຄະນະ​ຂັ້ນ​ສູນ​ກາງ ​ໂຄສະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​​ແບ​ບ​ເຖິງໝູ່​ປະຊາຊົນ ກ່ຽວກັບ​ຈຸດໝາຍຂອງ​ວັນບຸນ​ປູກ​ຕົ້ນ​ໄມ້… ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາວ ກວ່າ​ວ່າ.

        “ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ພ້ອມ​ກັນ​​ແຂ່ງຂັນ​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້, ທຸກ​ຄົນ, ທຸກ​ຄອບຄົວ​ລ້ວນ​ແຕ່​ປູກຕົ້ນ​ໄມ້, ພ້ອມ​ທັງຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປູກ​ປ່າ, ປົກ​ປັກ​ຮັກສາປ່າ, ສະກັດ​ກັ້ນ​ການ​ຕັດ​ໄມ້​ທຳລາຍ​ປ່າ, ຂຸດ​ຄົ້ນ​ປ່າ​ຢ່າງ​ຜິດ​ກົດໝາຍ. ​ຖ້າ​ພວກ​ເຮົາ​ເຮັດ​ສິ່ງ​ດັ່ງກ່າວ​ໄດ້​ດີ ​ແລະ ປະຕິບັດ​ຕາມ​ຄຳ​ສັງ​ສອນ​ຂອງ​ປະທານ​ໂຮ່ຈິ​ມິນ, ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດ​ທະນາ​ເສດຖະກິດ, ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ລາຍ​ຮັບ, ຍົກ​ສູ​ງຄຸນ​ນະພາ​ບການ​ດຳລົງ​ຊີວິດ​ໃຫ້​ປະຊາຊົນ ​ແລະ ທັງ​ຮັກສາ​ໄດ້​ສິ່ງ​ແວດ​ລ້ອມ​ໃຫ້​ລຸ້ນລູກ​ລຸ້ນຫຼານ​ໃນ​ອະນາຄົດອີກ​ດ້ວຍ”.


ຂ່າວ/ບົດ​ອື່ນ