ປະທານປະເທດເຈືອງເຕີນຊາງພົບປະກັບບັນດາທ່ານໝໍດີເດັ່ນໃນທົ່ວປະເທດ

ປະທານປະເທດເຈືອງເຕີນຊາງພົບປະກັບບັນດາທ່ານໝໍດີເດັ່ນໃນທົ່ວປະເທດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽນ​ທິ​ກິມ​ຕ໋ຽນ

(vovworld) – ວັນ​ທີ 27/2, ກ່າ​ວ​ຄຳ​ເຫັນ​ທີ​່​ການ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ບັນ​ດາ​ວິ​ລະ​ຊົນ​ແຮງ​ງານ, ບຸກ​ຄົນ​ສ້າງ​ຜົນ​ງານ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ ແລະ ພະ​ນັກ​ງານ​ການ​ແພດ​ດີ​ເດັ່ນ​ທີ່​ຕາງ​ໜ້າ​ໃຫ້​ພະ​ນັກ​ງານ​ການ​ແພດ​ກ່​ວາ 400.000 ໃນ​ທົ່ວ​ປະ​ເທດ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ແພດ​ໝ​ໍ ຫວຽດ​ນາມ (27/2/1955 – 27/2/2015), ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ເຊິ່ງ​ຂະ​ແໜງ​ການ​ແພດ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ:

        “ຂະ​ແໜງ​ການ​ແພດ​ມີ​ການ​ພັດ​ທະ​ນາ​ອັນ​ໃຫຍ່ຫຼວງ. ປະ​ຈຸ​ບັນ, ອາ​ຍຸ​​ຍືນສະ​ເລ່ຍ​ຂອງ ຊາວ ຫວຽດ​ນາມ ແມ່ນ 73, 74 ປີ, ນີ້​ແມ່ນ​ຜົນ​ງາ​ນ​ເປັນ​ໜ້າ​ຊື່ນ​ຊົມ ແລະ ເອກ​ອ້າງ​ທະ​ນົງ​ໃຈ… ໄປ​ຄຽງ​ຄູ່​ກັນ​ນັ້ນ​ປະ​ເທດ​ຂອງ​ພວກ​ເຮົາ​​ໄດ້ຜ່ານ​ຜ່າ​ບັນ​ດາ​ໂລກ​ພະ​ຍາດ​ໃຫຍ່, ແຕ່​ພວກ​ເຮົາ​ສະ​ກັດ​ກັ້ນ​ໄດ້ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ໂລກ… ນີ້​ແມ່ນ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ​ຂະ​ແໜງ​ການ​ແພດ, ຜ່ານນັ້ນ​ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ໂລກ​ພະ​ຍາດ​ມີ​ຂອບ​ຂະ​ໜາດ​ພາກ​ພື້ນ ແລະ ສາ​ກົນ. ດັ່ງ​ນັ້ນ, ອາດ​ຢືນ​ຢັນ​ໄດ້​ວ່າ​, ພາ​ລະ​ກິດ​ສົ່ງ​ເສີມ​ສຸ​ຂະ​ພາບ, ​ຮັກ​ສາ​ສຸ​ຂະ​ພາບ​ຂອງປະ​ຊາ​ຊົນ​ບັນ​ລຸ​ຜົນ​ງານ​ຢ່າງ​ຈະ​ແຈ້ງ.”

        ທ່ານ​ປ​ະ​ທານ​ປະ​ເທດ ຖື​ວ່າ: ໄລ​ຍະ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ໃນ​ປະ​ຈຸ​ບັນ, ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ພົນ​ລະ​ເມືອງກໍ່​ເພີ່ມ​ຂຶ້ນ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ໂລກ​ພະ​ຍາດກໍ່​ເພີ່ມ​ຂຶ້ນ… ນີ້​ແມ່ນ​ຄວາມ​ດັ່ນ​ສຳ​ລັບ​ຂະ​ແໜງ​ການ​ແພດ, ຮຽກ​ຮ້ອ​ງ​ພາ​ລະ​ກິດ​ສົ່ງ​ເສີມ​ສຸ​ຂະ​ພາບ​ຂອງ​ປ​ະ​ຊາ​ຊົນ​ນັບ​ມື້​ນັບ​ສູງ. ທ່ານ​ປະ​ທານ​ປະ​ເທດ ສ​ະ​ເໜີ​ຂະ​ແໜງ​ສາ​ທາ​ລະ​ນະ​ສ​ຸກ​ຄວນ​ທະ​ວີ​ຄຸນ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ, ພ​້ອ​ມ​ທັງ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ເປັນ​ຢ່າງ​ດີ​ເພື່ອ​ໃຫ້​ຂະ​ແໜງ​ການ​ແພດ ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃຫມ່, ສົມ​ກັບ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ, ສົມ​ກັບ​ຄຳ​​ສັ່ງ​ສອນ​ຂອງ​ປະ​ທານ ໂຮ່​ຈີ​ມິນ ສຳ​ລັບ​ຖັນ​ແຖວ​ເພດ​ໝໍ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ