ປະທານປະເທດເຈືອງເຕີນຊາງພົບປະສັງສັນກັບຄະນະຕິດຕໍ່ພົວພັນກອງພົນໃຫຍ່2

ປະທານປະເທດເຈືອງເຕີນຊາງພົບປະສັງສັນກັບຄະນະຕິດຕໍ່ພົວພັນກອງພົນໃຫຍ່2 - ảnh 1
ປະທານປະເທດເຈືອງເຕີນຊາງພົບປະສັງສັນກັບຄະນະຕິດຕໍ່
ພົວພັນກອງພົນໃຫຍ່2

(vovworld) –  ເພື່ອ​ມ​ຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ຕອນ​ເຊົ້າ​ວັນ​ທີ 29/3, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ພົບ​ປະ​ສັງ​ສັນ​ກັບ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ກອງ​ພົນ​ໃຫຍ່ 2. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກົມ​ກອງ​ຕົ້ນ​ຕໍ​ບຸກ​ເຂົ້າ​ທຳ​ນຽບ ເອ​ກະ​ລາດ ຈັບ​ຕົວ​ຄະ​ນະ​ລັດ​ຖະ​ບານ​ອຳ​ນາດ​ການ​ປົກ​ຄອງ ໄຊ​ງ່ອນ, ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ເຂົ້າ​ໃນ​ໄຊ​ຊະ​ນະ​ຂອງບັ້ນ​ຮົບ ໂຮ່​ຈີ​ມິນ​ປະ​ຫວັດ​ສາດ​.

        ຕີ​ລາ​ຄາ​ສູງ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ກອງ​ພົນ​ໃຫຍ່ 2 ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ອ​ວາຍ​ເມືອ​ຫາ​ກົກ​ເຂົ້າ​ເຫງົ້າ​ກໍ່​ທີ່​ມີ​ຄວາມ​ໝາຍ​ທີ່​ສູ​ດ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮ​ມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ລາດ. ທ່ານ​ປະ​ທານ​ປະ​ເທດ ຫວັງ​ວ່າ: ບັນ​ດາ​ນັ​ກ​ຮົບ​ເກົ່າ​ສືບ​ຕໍ່​ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່. ທ່ານ​ກ່າວ​ວ່າ:

        “​ເພື່ອນ​ຮ່ວມກົມ​ກອງຫຼາຍ​ຄົນ​ໄດ້​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ປ​ະ​ກອບ​ສ່ວນ​ໃຫ້​ໄຊ​ຊະ​ນະ​ວັນ​ທີ 30/4 ແລະ ວິ​ລະ​ກຳ​ຕ່າງໆ​ເພື່ອ​​ໃຫ້ມີ​ປະ​ເທດ​ຊາດ​ພັດ​ທະ​ນາ​ຄື​ປະ​ຈຸ​ບັນ. ດ້ວຍ​ຖາ​ນະ​ເປັນ​ບັນ​ດາ​ຜູ້​ເຂົ້າ​ຮ່ວມບັ້​ນ​ຮົບ, ຫວັງ​ວ່າ​ບັນ​ດາ​ສະ​ຫາຍ​ປະ​ກອບ​ສ່ວນ​​ເຂົ້າ​ໃນ​ວຽກ​ງານ​ຂອງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ກ່ຽວ​ກັບ​ດ້ານ​ຕ່າງໆ ບົນ​ຈິດ​ໃຈ​ປະ​ຕິ​ວັດ, ແນວ​ທາງ​ຂອງ​ພັກ ແລະ ລັດ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ.”


ຂ່າວ/ບົດ​ອື່ນ