ປະທານປະເທດເຈືອງເຕິນຊາງພົບປະເຈລະຈາກັບນາຍົກລັດຖະມົນຕີສ.ອາເຊັກໄບຢານ

ປະທານປະເທດເຈືອງເຕິນຊາງພົບປະເຈລະຈາກັບນາຍົກລັດຖະມົນຕີສ.ອາເຊັກໄບຢານ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດ​ນາມ ​ເຈືອງ​ເຕິ​ນຊາງ ​ແລະ
ທ່ານ​ນາຍົກລັດຖະມົນຕີ ອາ​ຢັກ​ໄບຢານ Artur Rasizade
(ພາບ: TTXVN
)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ.ອາເຊັກໄບຢານ ຢ່າງ​ເປັນ​ທາງ​ການ,​ ຕອນ​ບ່າຍ​ວັນ​ທີ 14/5, ທ່ານ​ປະທານ​ປະ​ເທດ​ຫວຽດ​ນາມ ​ເຈືອງ​ເຕິ​ນຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ອາ​ຢັກ​ໄບຢານ Artur Rasizade. ທີ່​ການ​ພົບ​ປະ, 2 ຝ່າຍ​ຕີ​ລາຄາ​ການ​ພົວພັນ​ດ້ານ​ການ​ເມືອງ ລະຫວ່າງ 2 ປະ​ເທດ ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຜ່ານ​ກາ​ນ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກຂັ້ນ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ​ພັດທະນາ​ຢ່າງ​ຕັ້ງໜ້າ. ທ່ານ​ປະທານ​ປະ​ເທດ​ຫວຽດ​ນາມ ​ເຈືອງ​ເຕິ​ນຊາງ ​​ແລະ ​ທ່ານ​ນາຍົກລັດຖະມົນຕີ ອາ​ເຊັກໄບຢານ Artur Rasizade ​ເຫັນ​ດີ​ເປັນ​ເອກະສັນ​​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ-​ການ​ຄ້າ​ກ່ວາ​ອີກ, ​ເພີ​່ມທະວີ​ດ້ານ​ການ​ຄ້າ, ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ 2 ປະ​ເທດ​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ຂອງ​ກັນ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ-ນ້ຳມັນ​ອາຍ​ແກສ, ຖື​ນີ້​ແມ່ນ​ຈຸດ​ສຸມ​​ໃນການ​ຮ່ວມມື​ດ້ານເສດຖະກິດຂອງ 2 ປະ​ເທດ ​ໃນ​ໄລຍະ​ຈະ​ມາ​ເຖິງ.

    ​ແລະ​ກໍ​ໃນຕອນ​ບ່າຍ​ວັນ​ທີ 14/5, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນ ຊາງ ​ແລະ ພັນ​ລະ​ຍາ ​ໄດ້​​​ໄປວາງ​ພວງມາລາ​ຢູ່ອະ​ນຸ​ສາ​ວະລີ​ທ່ານອະດີດ​ປະທານາທິບໍດີ ອາເຊັກໄບຢານ Heydar Aliyev  ​ແລະ ອະນຸສາ​ວະລີ​ບັນດາ​ນັກຮົບ​ນິລະນາມ.  ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ​ນຊາງ ຍັງ​ມີ​ການ​ພົບ​ປະ​ກັບ​ບັນດາ​ສາດສະດາຈານ, ນັກ​ຊ່ຽວຊານ​ນ້ຳມັນ​ອາຍ​ແກສ,​ ນາຍ​ທະຫານ​ກອງທັບ​ເຮືອ ທີ່​ເຄີຍ​ບຳລຸງ​ສ້າງ​ພະນັກງານ ກໍ​ຄື​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ຂອບ​ອົກຂອບ​ໃຈບັນດາ​ນ້ຳ​ໃຈ ​ແລະ ການ​ຊ່ວຍ​ເຫຼືອ​ໃນ​ຫຼາຍ​ຂົງ​ເຂດຂອງ​ບັນດາ​​ເພື່ອນ​ມິດ ອາ​ ເຊັກ​ໄບຢານ ລຸ່ນຕ່າງໆ. ທ່ານ​ກໍ​ປາດ​ຖະໜາ​ວ່າ: ອາ​ເຊັກ​ໄບຢານ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ນັກ​ຊ່ຽວຊານ, ຊ່ວຍ​ໃຫ້​ອຸດສາຫະກຳ​ນ້ຳມັນ​ອາຍ​ແກສຂອງ ຫວຽ​ດນາມ ​ເຄື່ອນ​ໄຫວໝັ້ນຄົງ ​ແລະ ປະສົບ​ຜົນສຳ​ເລັດ​ຢູ່ ອາ​ເຊັກ​ໄບຢານ.

ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 14/5 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊ​າງ ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອາ​ເຊັກ​ໄບ​ຢານ Ogtay Asadov. ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ປະ​ເທດ ເຈື​ອງ​ເຕີນ​ຊາງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ໃນ​ນັ້ນ​ມີ ສ. ອາ​​ເຊັກ​ໄບ​ຢານ. ທ່ານ​ປະ​ທານ​ປະ​ເທດ ຖ​ື​ວ່າ: 2 ຝ່າຍ​ອາດ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ມີ​ທ່າ​ແຮງ… ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Ogtay Asadov ເຊື່ອ​ໝັ້ນ​ວ່າ: ການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ 2 ປະ​ເທດ​ຈະ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທ​ະ​ນາ​ຢູ່​ແຕ່​ລະ​ປະ​ເທດ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ 2 ຊາດ, ຍົກ​ສູງ​ບົດ​ບາດ ແລະ ທີ່​ຕັ້ງ​ຂອງ ຫວຽດ​ນາມ ແລະ ອາ​ແຢ​ກ​ໄບ​ຢານ ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ຂ່າວ/ບົດ​ອື່ນ