ປະທານປະເທດເຈືອງເຕີນຊາງມອບຂໍ້ຕົກລົງເລື່ອນຊັ້ນຈຳແໜ່ງເປັນພົນເອກ

ປະທານປະເທດເຈືອງເຕີນຊາງມອບຂໍ້ຕົກລົງເລື່ອນຊັ້ນຈຳແໜ່ງເປັນພົນເອກ - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງ
ມອບຂໍ້ຕົກລົງເລື່ອນຊັ້ນຈຳແໜ່ງເປັນພົນເອກ)


(vovworld) – ຕອນ​ບ່າຍ​ວັນ​ທີ 05/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈ​ືອງ​ເຕີນ​ຊາງ ​ໄດ້​ມອບ​ຂໍ້​ຕົກລົງ​ເລື່ອນ​ຊັ້ນ​ຕຳ​ແໜ່​ງຈາກ​ພົນ​ໂທ ຂຶ້ນ​ເປັນພົນ​ເອກ​ໃຫ້​ທ່ານ ​ໂງ​ຊວນ​ລິກ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ທ່ານ ​ໂດ້ບ໋າ​ຕິ້, ກຳມະການ​ສູ​ນກາງ​ພັກ, ​ເສນາ​ທິການ​ໃຫຍ່, ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ​ເລື່ອງ​ພັກ, ລັດ ​ເລື່ອນ​ຊັ້ນຈຳ​ແໜ່​ງ​ເປັນພົນ​ເອກ​ສຳລັບ​ທ່ານ ໂງ​ຊວນ​ລິກ ​ແລະ ທ່ານ ​ໂດ້ບ໋າ​ຕິ້ ​ແມ່​ນສະ​ແດງ​ໃຫ​້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ທີ່​ມີ​ຕໍ່ກອງທັບ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ, ​​ໂດຍ​ແມ່ນບັນດາ​ພະນັກງານນາຍ​ທະຫານ​ຂັ້ນ​ສຸງສຸດ, ຜູ້ຮັບ​ບັນດາ​ໜ້າ​ທີ່ສຳຄັນ​ຂອງ​ພັກ, ລັດ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມ ພົນ​​ເອກ ໂງ​ຊວນ​ລິກ ​ແລະ ພົນ​ເອກ ​ໂດ້ບ໋າ​ຕິ້ ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາ​ຍກຳລັງ​ຄວາມ​ສະ​ມາດ​, ພູມ​ປັນຍາ ​ແລະ ຄຸນ​ນະ​ທາດ​ຂອງ​ຕົນ​ກວ່າ​ອີກ ​ເພື່ອ​ປະຕິບັດ​ໜ້າ​ທີ່​ໃນ​ໄລ​ຍະ​ໃໝ່​ໃຫ້​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ