ປະທານປະເທດເຈືອງເຕິນຊາງຢ້ຽມຢາມທາງລັດຖະກິດເຖິງລັດສາທາລະນະລັດເຊັກໂກ

ປະທານປະເທດເຈືອງເຕິນຊາງຢ້ຽມຢາມທາງລັດຖະກິດເຖິງລັດສາທາລະນະລັດເຊັກໂກ - ảnh 1
ຜູ້ຕາງໜ້າອົງການຂອງເຊັກໂກຕ້ອນຮັບທ່ານປະທານປະເທດ
ຫວຽດນາມ ເຈືອງເຕິນຊາງ ແລະ ພັນລະຍາຢູ່ສະໜາມບິນ


(vovworld) – ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ສາທາລະນະ​ລັດ ​​ເຊັກ​ໂກ Milos Zeman, ທ່ານປະທານປະ​ເທດ​ເຈືອງ​ເຕິ​ນຊາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນຫຼວງ Praha, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ສາທາລະນະ​ລັດ ​​ເຊັກ​ໂກ ​ໃນ​ລະຫວ່າງ​ວັນ​ທີ 10-13/5. ພາຍຫຼັງ​​ໄປຮອດນະຄອນຫຼວງ Praha, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນ ຊາງ ​ໄດ້​​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ ພ້ອມ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ບາງ​ປະ​ເທດ​ພາກ​ພື້ນ​ເອີ​ລົບ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ປະ​ເທດປະຈຳ​ຖິ່ນ ​ແລະ ​ແມ່ນ​ຂົວ​​ເຊື່ອມ​ຕໍ່​ໃຫ້​ແກ່ການ​ພັດທະນາ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ບັນດາປະ​ເທດ​ປະຈຳ​ຖິ່ນ, ພິ​ເສດ​ແມ່ນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ເອີ​ລົບ​ຕາ​ເວັນ​ອອກ-​ເອີ​ລົບ​ກາງ… ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຖື​ວ່າ:

        “ລັດຖະບານ​ສາທາລະນະ​ລັດ​ແຊັກ​ໂກ ຮັບຮອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​​ເຊັກ​ໂກ ​ແມ່ນ​ຊົນ​ເຜົ່າສ່ວນ​ໜ້ອຍ, ພວກ​ເຮົາ​ຕ້ອງ​ພະຍາຍາມ​ເຊື່ອມ​ໂຍງ ​​ເຂົ້າ​ກັບ​ປະຊາ​ຄົມ​ຊົນ​ຊາດ​ເຊັກ​ໂກ​​ໃຫ້ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາ​ງຂວາງກ່ວາ​ອີກ. ຄຽງ​ຂ້າງ​ນັ້ນ​​ເລື່ອງ​ພະຍາຍາມ​ເຊື່ອມ​ໂຍງ​ເຂົ້າກັບປະ​ເທດ​ປະຈຳ​ຖິ່ນ, ຍາມ​​ໃດ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຊັກ​ໂກ ກໍ​ຕ້ອງອ່ວາຍ​ໜ້າ​ຫາບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ. ​ເຮັດ​ໄດ້​ຄື​ດັ່ງກ່າວຈຶ່ງ​ມີ​ສາຍ​ພົວພັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ຊາວ​ຫວຽດນາມ ​ແລະ ລັດຖະບານຢູ່​ນີ້ ​ແລະ ​ເຂົ້າ​ເຈົ້າ​ຈຶ່ງ​ກາຍ​ເປັຮຂົວ​ເຊື່ອມ​ຕໍ່​ມິດຕະພາບ​ລະຫວ່າງ ຫວຽດນາມ-​ເຊັກ​ໂກ.”

        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ: ຍາມ​ໃດພັກ, ລັດ ຫວຽດນາມ ກໍ​ຖື​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ສາມາດ​ຕັດແຍກ​ອອກ​ຈາກ​ປະ​ເທດ​ ຫວຽດນາມ ​ໄດ້, ​ແມ່ນ​ແຫຼ່ງກຳລັງ​ສຳຄັນ​ໃຫ້ການ​ພັດທະນາ ​ແລະ ວັດ​ຖະນາ​ຖາວອນຂອງ​ປະ​ເທດຫວຽ​ດນາມ.

ຂ່າວ/ບົດ​ອື່ນ