ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງກອນຕູມ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງກອນຕູມ - ảnh 1
ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຢ້ຽມ​ຢາມ​ແລະ​ເຮັດ​ວຽກກັບ​ຕຳຫຼວດແຂວງກອນ​ຕ​ູມ
(ພາບ: cand.com.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 22/9 ແລະ ວັນ​ທີ 23/9, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ສູ​ນ​ກາງ​ໄດ້​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ກອນ​ຕູມ. ເມື່ອ​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ ກອນ​ຕູມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: ແຂວງ ກອນ​ຕູມ ຄວນ​ຍູ້​ແຮງ​ການ​ຫັນ​ກະ​ສິ​ກຳເປັນ​ອຸດ​ສາ​ຫະ​ກຳ, ກວ​ດ​ກາ​ການ​ວາງ​ແຜນ​ກຳ​ນົດ, ແກ້​ໄຂ​ສະ​ພາບ​ການ​ຂາດ​ທີ່​ດິນ​ທຳ​ການ​ຜະ​ລິດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກໍ່​ສະ​ເໜີ​ໃຫ້​ແຂວງ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຄິດ​ໄລ່​ຄືນ​ເນື້ອ​ທີ​ປ່າ ແລະ ດິນ​ປ່າ​ເພື​່ອ​ແນ​ໃສ່​ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ ທັງຮັບ​ປະ​ກັນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​, ພັດ​ທະ​ນາ​ເສດ​ຖະ​ກິດ, ​ທັງ​ປົກປັກ​ຮັກ​ສ​າ​ສິ່ງ​ແວດ​ລ້ອມ:

        “ໄປ​ຄຽງ​ຄູ່​ກັບ​ການ​ຮັກ​ສາ​ປ່າ​ປ້ອງ​ກັນ, ​ໃນແຜນ​​ກຳ​ນົດ​ປ່າ ແລະ ດິນ​ປ່າ, ທາງແຂວງ​​ຄວນສະ​ຫງວນ​ເນື້ອ​ທີ່​ດິນ​​ທີ່ຈຳ​ເປັນ​ເພື່ອ​ພັດ​ທ​ະ​ນາ​ຕົ້ນ​ໄມ້​ອຸດ​ສາ​ຫ​ະ​ກຳ​​ໄລ​ຍະຍາວ, ກໍ່ຄື​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ​ໄລ​ຍະ​ສັ້​ນ. ເນື​່ອງ​ໃນ​ໂອ​ກາດນີ້, ຂ້າ​ພະ​ເຈົ້າ​ກໍ່​ສະ​ເໜີ​ວ່າ: ເມື​່ອ​ວາງ​ແຜນກຳ​ນົດ​ປ່າ ແລະ ດິນ​ປ່າ​ຕ້ອງ​ມີ​ການ​ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ກະ​ຊວງ​ກະ​ສິ​ກຳ ແລະ ທ້ອງ​ຖີ່ນ. ເດັດ​ດຽວ​ສະ​ເໜີ​​ກັບອ​ົງ​ການ​ກ່ຽວ​ຂ້ອງ​ບັນ​ດາ​ນະ​ໂຍ​ບາຍ​​ທີ່ຈຳ​ເປັນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ປ່າ.”

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ ໄດ​້​ລົງ​ຢ້ຽມ​ຢາມ​ຕາ​ແສງ ຊາ​ລອງ, ເມືອງງອກ​ໂຮ່ຍ ແລະ ເມືອງ ກອນ - ປ​ລົງ, ເຂົ້າ​ຮ່ວ​ມ​ພິ​ທີ​ມອບ​ງົວ​ພັນ​ໃຫ້ 50 ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ໃນ​ໂຄງ​ການ​ທະ​ນາ​ຄານ​ງົວ - ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດ​າ​ແຂວງ​ເຂດ​ຊາຍ​ແດນກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​, ສຳຫຼວດກວດ​ກາ​ຢູ່​ເຂດ​ເສດ​ຖະ​ກິດ​ຊາ​ຍ​ແດນ​ສາ​ກົນ ເບີ່​ອີ ນອນ​ໃນ​ເຂດ​ຊາຍ​ແດນ 3 ແຍກ​​ລະ​ຫວ່າງ 3 ປະ​ເທດ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ.



ຂ່າວ/ບົດ​ອື່ນ