ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງແຄ໋ງຮ່ວາ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງແຄ໋ງຮ່ວາ - ảnh 1
ເຂດອະນຸສາວະລີ​ນັກຮົບ ກາກ​ມາ
(ພາບ: TTXVN)


​​(vovworld) - ວັນ​ທີ 11/07, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້ລົງ​ກວດກາ​ໂຄງການ​ກໍ່ສ້າງ​​​ເຂດອະນຸສາວະລີ​ນັກຮົບ ກາກ​ມາ ຢູ່​ນະຄ​ອນ ກາມ​ແຣງ. ​ໂຄງການ​ຖືກ​ກໍ່ສ້າງ​ໃນ​ເນື້ອ​ທີ່ 2,5 ​ເຮັກຕາ, ກິດຈະກຳ​ໂດຍ​ສະຫະພັນ​ໃຫຍ່​ແຮງ​ງາ​ນຫວຽດນາມ ປຸກ​ລະດົມ ດ້ວຍ​ແຫຼ່ງທຶນ​​ແມ່ນ​ການ​ບໍລິຈາກ​ຂອງອົງການ​ຈັດ​ຕັ້ງ​ກຳມະບານ ​ແລະ ຄົນ​ງານ​ໃນ​ທົ່ວ​ປະ​ເທດ. ​ເມື່ອ​ແລກປ່ຽນ​ກັບຜູ້​ຕາງໜ້າ​ຄະນະ​ຄຸມ​ຄອງ​ໂຄງການ, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ, ​ເຂດອະນຸ​ສາ​ວະລີ​ນັກຮົບ ກາກ​ມາ ​ແມ່ນ​ກິດຈະກຳ​ມິ​ຄວາມ​ໝາຍ​ຕອບ​ບຸນ​ແທນຄຸນ ​ແລະ ຈາ​ນຶກ​ບຸນ​ຄູນບັນດາ​ນັກຮົບ​ທີ່​​ໄດ້ເສຍ​ສະຫຼະ​ຊີວິດ ​ໃນ​ການ​ຕໍ່ສູ້ປົກ​ປັກ​ຮັກສາ​​ໝູ່​ເກາະ​ທີ່​ສັກກະ​ລະບູ​ຊາຂອງ​ປະ​ເທດ​ຊາດ ​ເມື່ອ​ວັນ​ທີ 14/03/1988. ​ເລື່ອງ​ກໍ່ສ້າງ​ກິດຈະກຳ​ຕ້ອງ​ຮັບປະກັນ​ຄວາມ​ຄືບ​ໜ້າ, ມີ​ຄຸນະພາບ, ສວຍ​ງາມ ​ແລະ ​ເຄັ່ງ​ຂຶມເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ເຄົາລົບ ​ແລະ ຮູ້​ບຸນຄູນ​ບັນດາວິລະ​ຊົນ​ນັກ​ຮົບ​ກອງທັບ​ເຮືອທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ພ້ອມ​ທັງ​ປະກອບສ່ວນ​ສຶກສາ​ມູນ​ເຊື້ອ, ​ເພີ່ມ​ພູ​ນນ້ຳ​ໃຈ​ຮັກ​ຊາດ, ​ເຈດ​ຈຳນົງ​ບໍ່​ຍ້ອມ​ຈຳນົນ​ອົງອາດ​ກ້າຫານຂອງ​ຊາດ​ຫວຽດນາມ ​ໃນ​ພາລະ​ກິດ​ປົກ​ປັກຮັກສາ​ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ ​ໃຫ້​ລຸ່ນປະຈຸ​ບັນ ​ແລະ ​​ໃນ​ພາຍ​ພາກ​ໜ້າ.

ຂ່າວ/ບົດ​ອື່ນ