ປະທານປະເທດເຈືອງເຕີນຊາງສິ້ນສຸດການຢ້ຽມຢາມທາງລັດຖະກິດສ.ເອກະພາບຕານຊານີ

ປະທານປະເທດເຈືອງເຕີນຊາງສິ້ນສຸດການຢ້ຽມຢາມທາງລັດຖະກິດສ.ເອກະພາບຕານຊານີ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ແລະ ທ່ານປະທານາທິບໍດີ ຕານຊານີ John Pombe Magufuli

(vovworld) –  ຕອນ​ທ່ຽງ​ວັນ​ທີ 11/3, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເດີນທາງ​ອອກ​ຈາກ ນະຄອນ Dar es Salaam, ສິ້ນ​ສຸດ​ການ​ຢ້ຽມຢາມທາງ​ລັດຖະກິດ​ສາທາລະນະ​ລັດ ​ເອກະ​ພາບ ຕານ​ຊາ​ນີ ​ແລະ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ສ. ​ໂມ​ຊຳ​ບີ​ກ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Filipe Jacinto Nyusi ​ແຕ່​ວັນ​ທີ 11 – 13/3/2016. ກ່ອນໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ໃຫຍ່​ຂອງ ຕານ​ຊາ​ນີ ​ໃນ​ຂົງ​ເຂດ​ປຸງ​ແຕ່ງ, ຜະລິດ​ຕະພັນ​ກະ​ເສດ, … ນະ​ທີ່​ນີ້, ທ່ານ ​ເຈືອງ​ເຕີ​ນຊາງ ຢັ້ງຢືນ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ຈະ​ແບ່ງປັນ​ບັນດາ​ບົດຮຽນ​ກັບ ຕານ​ຊາ​ນີ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນຂົງ​ເຂດ​ຕ່າງໆ​ຢ່າງ​ລະອຽດ ​ແລະ ມີ​ປະສິດທິ​ຜົນ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 11/3, ​ໂດຍ​ຕາງໜ້າ​ໃຫ້​ລັດຖະບານ 2 ປະ​ເທດ, ທ່ານ​ລັດຖະມົນຕີ​ວ່າການກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ຫງວຽນບັກ​ຊອນ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ ຕານ​ຊາ​ນີ Augustine Mahiga ​ໄດ້​ເປັນ​ປະທານ​ການ​ປະຊຸມ​ຂ່າວ​ປະກາດ​ຖະ​ແຫຼ​ງການ​ຮ່ວມ ຫວຽດນາມ - ຕານ​ຊາ​ນີ. ຖະ​ແຫຼ​ງການ​ຮ່ວມ​ຊີ້​ແຈ້ງວ່າ: ຫວຽດນາມ ​ແລະ ຕານ​ຊາ​ນີ ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ການ​ພົວພັນ 2 ຝ່າຍ​ລະຫວ່າງ 2 ປະ​ເທດ ​ແລະ ຊອກ​ຫາ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່, ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

        ຫວຽດນາມ ​ແລະ ຕານ​ຊາ​ນີ ​ເຫັນ​ດີ​ເປັນ​ເອກະ​ພາບ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ລະດັບ 1 ຕື້ USD ​ໃນ​ປີ 2020. ​ເພື່ອ​ບັນລຸ​ຈຸດໝາຍ​ນັ້ນ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພື່ອ​ເຊັນ​ສັນຍາ​ຫຼີກ​ລ້ຽງ​ການ​ເກັບ​ພາສີ​ຊ້ອນ ​ແລະ ສັນຍາສົ່ງ​ເສີມ ​ແລະ ອາລັກຂາ​​ແກ່ການ​ລົງທຶນ​ໂດຍ​ໄວ.

        ຫວຽດນາມ ​ແລະ ຕາ​ນຊາ​ນີ ​ແບ່ງ​ປັນ​ທັດສະນະ​ກ່ຽວ​ກັບ​ຫຼາ​ຍບັນຫາ​ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ຮ່ວມ​ມື​ໃນ​ຂົງ​ເຂດ ສປຊ ​ແລະ ບັນດາ​ອົງການ​ສາກົນ. 2 ຝ່າຍ​ຢືນຢັນ​ຄື​ນ​ຄຳ​ໝັ້ນ​ສັນຍາ​​ຊຸກຍູ້​ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ໂລກ ​ແລະ ຢູ່​ບັນດາພາກ​ພື້ນ ​ໃຫ້​ເໝາະ​ສົມ​ກັບ​ກົດ​ບັດ ສປຊ ​ແລະ ກົດໝາຍ​ສາກົນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ຮ່ວມ​ມື​ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ຫຼັກການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ.


ຂ່າວ/ບົດ​ອື່ນ