ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານໄອຍະການປີ2016

ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານໄອຍະການປີ2016 - ảnh 1
(ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ
ກ່າວຄຳເຫັນທີ່ກອງປະຊຸມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 25/12, ຢູ່​ນະຄອນ ​ໂຮ່ຈີ​ມິນ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2015 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ໄອ​ຍະ​ການ​ປີ 2016. ທີ່​ກອງ​ປະຊຸມ, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ຢືນຢັນ​ວ່າ, ບັນດາ​ຜົນງານ​ທີ່​ຂະ​ແໜງ​ໄອ​ຍະ​ການ​ປະຊາຊົນ​ບັນລຸ​ໄດ້ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ​ລະບົບ​ກົດໝາຍ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ ​ແລະ ປະຕິບັດ​ໜ້າ​ທີ່​ປະຕິ​ຮູບ​ດ້ານ​ຕຸລາການ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ກໍ່​ໄດ້​ສະ​ເໜີ​ຂະ​ແໜງ​ໄອ​ຍະ​ການ​ປະຊາຊົນ​ຄວນ​ຍົກ​ສູງ​ຄວາມ​ຮັບຜິດຊອບ, ຍົກ​ສູງ​ຄຸນ​ນະພາ​ບການ​ປະຕິບັດ​ສິດ​ໄອ​ຍະ​ການ ​ແລະ ກວດກາ​ການ​ເຄື່ອນ​ໄຫວ​ຍຸຕິ​ທຳ, ປະຕິບັດ​ໜ້າ​ທີ່, ສິດ​ອຳນາດ​ຢ່າງ​ຖືກຕ້ອງ, ຄົບ​ຖ້ວນ, ມີ​ປະສິດທິ​ຜົນ ຕາມ​ກຳນົດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ.

        “ຂະ​ແໜງ​ໄອ​ຍະ​ການ​ປະຊາຊົນ ຄວນ​ມີ​ຄວາມ​ຮັບຜິດຊອບ​ໜ້າ​ທີ່ເພີ່ມ​ທະວີ, ຍົກ​ສູງ​ປະສິດທິ​ຜົນ​​ໃນ​ການຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະ​ຍາ​ກຳ, ພິ​ເສດ​ແມ່ນ​ອາດອາດຊະ​ຍາ​ກຳທີ່​ພວມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ, ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ. ຂະ​ແໜງ​ໄອ​ຍະ​ການ​ປະຊາຊົນ  ຕ້ອງ​ເປັນ​ເສນາ​ທິການ, ສະ​ເໜີ​ຕໍ່​ພັກ, ລັດ​ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະ​ຍາ​ກຳ“.

        ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ​ເນັ້ນ​ໜັກ​ວ່າ, ພ້ອມ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບດ້ານ​ວິຊາ​ການ​ແລ້ວ, ຂະ​ແໜງ​ໄອ​ຍະ​ການ​ຄວນ​ສືບ​ຕໍ່​ປະຕິ​ຮູບ​ກົງຈັກ​ການຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ວາງ​ແຜນ​ກຳນົດ, ກໍ່ສ້າງ, ບຳລຸງ, ຄຸ້ນ​ຄອງ​ພະນັກງານ; ກໍ່ສ້າງ​ຖັນ​ແຖວ​ພະນັກງານ, ລັດຖະກອນ​ໃຫ້​ມີ​ຄຸນ​ນະ​ທາດ​ການ​ເມືອງ, ມີຄຸນສົມບັດ, ​ແລະ ມີລະດັບ​ວິຊາ​ການສູງ.


ຂ່າວ/ບົດ​ອື່ນ