ປະທານປະເທດເຈືອງເຕີ໋ນຊາງເຂົ້າຮ່ວມພິທີປະກາດນາມມະຍົດສິນຄ້າຫວຽດນາມ2016

ປະທານປະເທດເຈືອງເຕີ໋ນຊາງເຂົ້າຮ່ວມພິທີປະກາດນາມມະຍົດສິນຄ້າຫວຽດນາມ2016 - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ເຂົ້າ​ຮ່ວມ ​ແລະ
ມອບ​ນາມມະຍົດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ດີ​ເດັ່ນ
(ພາບ: MinhHanh)

(vovworld) – ​    ຕອນ​ຄ່ຳ​ວັນ​ທີ 23/02 ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະມາຄົມ​ວິ​ສາ​ຫະກິດ​ສິນຄ້າ ຫວຽດນາມ ມີຄຸນ​ນະພາ​ບສູງ​ຈັດ​ຕັ້ງ​ພິທີ​ປະກາດ​ວິ​ສາ​ຫະກິດ 500​ ແຫ່ງບັນລຸ​ນາມມະຍົດ​ສິນຄ້າ ຫວຽດນາມ ມີຄຸນ​ນະພາ​ບສູງ​ປີ 2016 ​ໂດຍ​ຜູ້ອຸປະ​ໂພ​ກ ບໍລິ​ໂພ​ກ​ເລືອກ​​ເຟັ້ນ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ເຂົ້າ​ຮ່ວມ ​ແລະ ມອບ​ນາມມະຍົດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ດີ​ເດັ່ນ. ນີ້​ແມ່ນ​ວິ​ສາ​ຫະກິດ 500 ​ແຫ່ງ​​ໄດ້​ຮັບ​ການ​ເລືອກ​​ເຟັ້ນຈາກຜູ້​ອຸປະ​ໂພ​ກບໍລິ​ໂພ​ກ​ຍ້ອນ​ມີ​ຄວາມກະຈ່າງ​ແຈ້ງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວິ​ສາ​ຫະກິດ ​ແລະ ປະຕິບັດ​​ບັນດາ​ຂໍ້​ກຳນົດ, ກົດໝາຍ​ເປັນ​ຢ່າງ​ດີ. ​ເພື່ອ​ບັນລຸໄດ້​​ໝາກຜົນ​ນີ້, ສະມາຄົມ​ວິ​ສາ​ຫະກິດ​ສິນຄ້າ ຫວຽດນາມ ມີຄຸນ​ນະພາ​ບສູງ​ໄດ້​ຮັບ​ຮູ້​ຄວາມ​ເຫັນ​ໂດຍ​ກົງ ​ຂອງຜູ້​ອຸປະ​ໂພ​ກບໍລິ​​ໂພ​ກ, ພ້ອມ​ກັບ​ພວກ​ພໍ່ຄ້າ​ຊາວ​ຂາຍ 20.000 ຄົນຢູ່ 16 ​ແຂວງ, ນະຄອນທີ່​ມີ​ລະດັບການຈຳໜ່າຍ​ສິນຄ້າ​ສູງ. ທ່ານ​ນາງ ຫວູກີ​ມ​ແຮ້ງ ປະທານ​ສະມາຄົມ​ວິ​ສາ​ຫະກິດ​ສິນຄ້າ ຫວຽດນາມ ມີຄຸນ​ນະພາ​ບສູງ ​ໃຫ້​ຮູ້​ວ່າ:

        “ພາຍຫລັງ​ເປັນ​ເວລາ 20 ປີ, ​ເມື່ອ​ຫວນ​ຄືນພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ​ຕົນ​ເອງ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວິ​ສາ​ຫະກິດ ​ແລະ ກຳນົດ​ໄດ້ 4 ​ຫຼັກ​ໝາຍ​ໃນ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ ຫວຽດນາມ. ນັ້ນ​ແມ່ນ, ສ້າງ​​ເຄື່ອງໝາຍ​ການ​ຄ້າ, ສ້າງ​ລະບົບ​​ແຈກ​ຢາຍ, ໜູນ​ຊ່ວຍການ​ເຊື່ອມ​ໂຍງ​ເຂົ້າ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ມີ​ການປ່ຽນ​ໃໝ່​​ ແລະ ຫົວຄິດ​ປະດິ​ດສ້າງ ”.


ຂ່າວ/ບົດ​ອື່ນ