ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີປະກາດວິທະຍາຄານສານ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີປະກາດວິທະຍາຄານສານ - ảnh 1
ທ່ານ ເຈືອງເຕີນຊາງ ກ່າວຄຳເຫັນທີ່ພິທີ

(vovworld) –  ຕອນ​ບ່າຍ​ວັນ​ທີ 28/3, ສານ​ປະຊາຊົນ​ສູງ​ສຸດ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ວິທະຍາຄານ​ສານ. ທີ່​ພິທີ, ທ່ານ ​ເຈືອງ​ຮ່ວາ​ບີ່​ງ, ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ໄດ້​ມອບ​ຂໍ​​້ຕົກລົງ​ປະກາດ​ສ້າງ​ຕັ້ງ​ວິທະຍາຄານ​ສານ​ໃຫ້​ການ​ນຳ​ວິທະຍາຄານ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເຈືອງ​ເຕີນ​ຊາງ, ປະທາ​ນປະ​ເທດ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານຕຸລາການ​ສູນ​ກາງ, ສະ​ເໜີ​ໃຫ້ການ​ນຳ​ຂະ​ແໜງ​ສານ​ພ້ອມ​ກັບ​ຄູ​ອາ​ຈານ ​ແລະ ນັກ​ສຶກສາ​ຂອງ​ວິທະຍາຄານ ຕ້ອງ​ມານະ​ພະຍາຍາມ​ສຸ້ຊົນ​ນຳ​ວິທະຍາຄານ​ກາຍ​ເປັນ​ສູນ​ບຳລຸງ​ສ້າງ, ຄົ້ນ​ຄ້ວາ​ວິທະຍາສາດ​ທັນ​ສະ​ໄໝ, ມີ​ຄຸນ​ນະພາ​ບສູງ.

        “ວິທະຍາຄານ​ຕ້ອງ​ຊາບ​ຊຶມ​ເລິກ​ເຊິ່ງ, ກຳ​ແໜ້ນ​ທັດສະນະ, ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ຂົງ​ເຂດ​ຕຸລາການ, ​ເພື່ອ​ກຳນົດ​ທິດກໍ່ສ້າງ ​ແລະ ພັດທະນາວິທະຍາຄານ. ສຸ້ຊົນ​ສ້າງ​ວິທະຍາຄານ​​ໃຫ້ກາຍ​ເປັນ​ຮາກ​ຖານ​ບຳລຸງ​ສ້າງມະຫາວິທະຍາ​ໄລ, ​​ເຫຼືອມະຫາວິທະຍາ​ໄລທີ່ມີ​ອິດ​ທິພົນ​ຊື່​ສຽງ​ພາຍ​ໃນ​ປະ​ເທດ ​ແລະ ພາກ​ພື້ນ”

        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ຮຽກຮ້ອງ​ໃຫ້​ວິທະຍາຄານ​ສານ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບສາກົນ, ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນ, ອັບ​​ເດັດ​ຄວາມ​ຮູ້​ເປັນ​ປະຈຳ, ຮັບ​ເອົາ​​ແຕ່ມີ​ການ​ເລືອກ​​ເຟັ້ນຜົນງານ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ພະນັງ​ການ​ສານ, ​ແກ້​ໄຂ​ບັນດາ​ກາ​ນຂັດ​ແຍ້​ງດ້ານ​ຕຸລາ​ການ​ສາກົນ, ພິ​ເສດ​ແມ່ນ​ບັນດາ​ການ​ຂັດ​ແຍ້​ງກ່ຽວ​ກັບ​ອະທິປະ​ໄຕ ​ແລ​ະ ກ່ຽວ​ຂ້ອງ​ເຖິງ​ດ້ານການ​ຄ້າ​ສາກົນ, ຊັບ​ສິນ​ທາງ​ປັນຍາ, ຕອບ​ສະໜອງ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ໃນ​ປະຈຸ​ບັນ.

                                                   


ຂ່າວ/ບົດ​ອື່ນ