ປະທານປະເທດເຈືອງເຕີ໋ນຊາງເຂົ້າຮ່ວມແລະຊີ້ນຳກອງປະຊຸມຕຳຫລວດທົ່ວປະເທດ

ປະທານປະເທດເຈືອງເຕີ໋ນຊາງເຂົ້າຮ່ວມແລະຊີ້ນຳກອງປະຊຸມຕຳຫລວດທົ່ວປະເທດ - ảnh 1
ທ່ານປະທານປະເທດ ເຈືອງເຕີ໋ນຊາ ງເຂົ້າຮ່ວມ ແລະ
ຊີ້ນຳກອງປະຊຸມຕຳຫລວດທົ່ວປະເທດ
(ພາບ:cand.com.vn)


(vovworld) – ​ ຕອນ​ເຊົ້າ​ວັນ​ທີ 29/12, ກອງ​ປະຊຸມ​ຕຳຫລວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 71 ຖືກ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ສະພາບ​ການໂລກ, ພາກ​ພື້ນ ​ແລະ ພາຍ​ໃນ​ປະ​ເທດ ​ໄດ້​ສົ່ງ​ຜົນສະທ້ອນ​ໂດຍ​ກົງ​ເຖິງພາລະກິດ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ດັ່ງ​ນັ້ນ ຄາດໝາຍ​ທີ່ວາງ​ອອກ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ ຫວຽດນາມ ​ແມ່ນ​ຕ້ອງ​ປັກ​ປັກ​ຮັກສາ​​​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງປະ​ເທດ​ຊາດ, ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຊົນຊາດ​ໄວ້​ຢ່າງ​ໝັ້ນຄົງ; ປົກ​ປັກ​ຮັກສາ​ພັກ, ລັດ, ປະຊາຊົນ ​ແລະ ລະບອບ​ສັງຄົມ​ນິຍົມ; ປົກ​ປັກ​ຮັກສາ​ພາລະກິດ​ປ່ຽນ​ໃໝ່, ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ປະທານ​ປະ​ເທດ ຮຽກຮ້ອງ​ກຳລັງ​ຕຳຫລວດ​ຄວນ​ເປັນ​ເຈົ້າ​ການກຳ​ແໜ້ນ, ຕີ​ລາຄາ​ຖືກ​ກັບ​ສະພາບ​ການ; ​ເປັນ​ເສນາ​ທິການ​​ໃຫ້​ພັກ, ລັດ ປະກາດ​ໃຊ້​ບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ, ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມຢ່າງ​ທັນ​ການ. ພ້ອມ​ກັນ​ນັ້ນ, ສະກັດ​ກັ້ນ, ພົບ​ເຫັນ, ສູ້​ຊົນ​ເຮັດ​ໃຫ້ທຸກກົນ​ອຸບາຍ, ການ​ເຄື່ອນ​ໄຫວ “ຜັນ​ແປສັນຕິພາບ”, ກໍ່​ຄວາມ​ວຸ້ນວາຍ, ​ໂຄ່ນ​ລົ້ມ​ບັນດາອິດ​ທິກຳລັງທີ່​ເປັນ​ປໍ​ລະ​ປັກ, ປະຕິ​ການປະລາ​ໄຊ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການຮັບປະກັນຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ຮັບປະກັນຄວາມ​ປອດ​ໄພ​​ໃນ​ການ​ສື່ສານ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ບັນດາ​ຈຸດ​ໝາຍ​ສຳຄັນ, ບັນດາ​ເຫດການ​ການ​ເມືອງ​ສຳຄັນ​​ຍິງໃນ​ປີ 2016. ທ່ານ​ປະທານ​ປະ​ເທດ ​ໃສ່​ໃຈ​ເປັນ​ພິ​ເສດ ກຳລັງ​ຕຳຫລວດ​ປະຊາຊົນ ຄວນ​ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ ກັບ​ບັນດາ​ປະ​ເພດ​ອາດຊະຍາ​ກຳ ພິ​ເສດ​ແມ່ນ​ອາດຊະຍາ​ກຳມີ​ການຈັດ​ຕັ້ງ, ຂ້າມ​ຊາດ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ, ສິ່ງ​ແວດ​ລ້ອມ, ອາດຊະຍາ​ກຳ​ເສດຖະກິດ, ການ​ສໍ້​ລາດ​ບັງ​ຫລວງ. ສືບ​ຕໍ່​ປະຕິບັດ​ແນວທາງພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ລັດ ​ໃນ​ຂົງ​ເຂດ​ລະບຽບ​ຮຽບຮ້ອຍຢ່າງ​ມີ​ປະສິດທິ​ຜົນ; ເປີດ​ກ້ວາງການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາ​ດຊະ​ຍາ​ກຳ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ, ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ