ປະທານປະເທດແຫ່ງ ສສ ຫວຽດນາມ ເຈີນດ້າຍກວາງ ພົບປະກັບບັນດາທູດການຄ້າຫວຽດນາມຢູ່ຕ່າງປະເທດ

(VOVWORLD) - ກ່າວຄຳເຫັນຢູ່ນະທີ່ນີ້, ທ່ານປະທານປະເທດ ເຈີນດ້າຍກວາງຮັບຮອງ, ຍ້ອງຍໍ ແລະ ອວຍພອນບັນດາຜົນງານ ແລະ ການປະກອບສ່ວນຂອງລະບົບອົງການການຄ້າຫວຽດນາມຢູ່ຕ່າງປະເທດໃນໄລຍະຜ່ານມາ.
ປະທານປະເທດແຫ່ງ ສສ ຫວຽດນາມ ເຈີນດ້າຍກວາງ ພົບປະກັບບັນດາທູດການຄ້າຫວຽດນາມຢູ່ຕ່າງປະເທດ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ທີ່ການພົບປະ

ຕອນເຊົ້າວັນທີ 01 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງພົບປະກັບບັນດາທູດການຄ້າ ແລະ ຫົວໜ້າບັນດາອົງການການຄ້າຫວຽດນາມຢູ່ບັນດາປະເທດເມື່ອເຂົາເຈົ້າກັບຄືນເມືອ ເຂົ້າຮ່ວມກອງປະຊຸມທູດການຄ້າ ປີ 2018. ກ່າວຄຳເຫັນຢູ່ນະທີ່ນີ້, ທ່ານປະທານປະເທດ ເຈີນດ້າຍກວາງຮັບຮອງ, ຍ້ອງຍໍ ແລະ ອວຍພອນບັນດາຜົນງານ ແລະ ການປະກອບສ່ວນຂອງລະບົບອົງການການຄ້າຫວຽດນາມຢູ່ຕ່າງປະເທດໃນໄລຍະຜ່ານມາ. ທ່ານປະທານປະເທດຖືວ່າ ໃນສະພາບການດ້ານເສດຖະກິດຂອງໂລກມີບັນດາການຜັນປ່ຽນຢ່າງໄວວາ, ຮຽກຮ້ອງໃຫ້ລະບົບອົງການການຄ້າຫວຽດນາມຢູ່ຕ່າງປະເທດຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ປະຕິບັດບັນດາໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ.

        ຂ້າພະເຈົ້າສະເໜີໃຫ້ບັນດາສະຫາຍ ຕ້ອງກຳແໜ້ນທິດນຳ “ຖືເອົາຜົນສຳເລັດຂອງວິສາຫະກິດ, ສິນຄ້າຂອງຫວຽດນາມ ເປັນເຂັມທິດໃຫ້ແກ່ການກະທຳຂອງຕົນ”, ເປັນເຈົ້າການກຳແໜ້ນບັນດາການຜັນແປຢູ່ຕະຫຼາດປະຈຳຖິ່ນ, ຈາກນັ້ນສະເໜີແນະບັນດານະໂຍບາຍກ່ຽວກັບການຕະຫຼາດໃຫ້ຫວຽດນາມຢ່າງທັນການ. ຍົກສູງຄຸນນະຜົນ, ປະສິດທິພາບໃນການວຽກງານການຄົ້ນຄວ້າ, ວິເຄາະ, ຕີລາຄາ, ຄາດຄະເນສະພາບການການຕະຫຼາດ, ນະໂຍບາຍດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງບັນດາປະເທດເພື່ອເຮັດໄດ້ດີວຽກງານເປັນເສນາທິການໃຫ້ກັບກະຊວງອຸດສາຫະກຳ ແລະການຄ້າ ແລ້ວສະເໜີຕໍ່ພັກ, ລັດເພື່ອມີແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍຢ່າງເໝາະສົມ.

ປະທານປະເທດສະເໜີບັດດາທູດການຄ້າ ແລະ ຫົວໜ້າບັນດາອົງການການຄ້າຫວຽດນາມຢູ່ຕ່າງປະເທດ ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ໜຸນຊ່ວຍວິສາຫະກິດ, ຊອກຫາຂໍ້ມູນຂ່າວສານກ່ຽວກັບການຕະຫຼາດ ແລະ ເຊື່ອມຕໍ່ກັບບັນດາຄູ່ຮ່ວມມືໃນປະເທດປະຈຳຖິ່ນ; ສຸມໃສ່ການປຸກລະດົມປະຊາຄົມວິສາຫະກິດຫວຽດນາມຢູ່ຕ່າງປະເທດອວາຍໜ້າເມືອຫາປະເທດຊາດ. ພ້ອມທັງເຂົ້າຮ່ວມສົ່ງສິນຄ້າຂອງຫວຽດນາມອອກສູ່ຕ່າງປະເທດ ແລະ ລົງທຶນຢູ່ພາຍໃນປະເທດຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດໃຫ້ຮັ່ງມີເຂັ້ມແຂງຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ