ປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນຢ້ຽມຟາມໂຄງການຫໍມິດຕະພາບຫວຽດນາມ-ຈີນ

ປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນຢ້ຽມຟາມໂຄງການຫໍມິດຕະພາບຫວຽດນາມ-ຈີນ - ảnh 1
ທ່ານ ຈາງ​ເຕີ​ຈຽງໄປ​ຢ້ຽມ​ຢາມ,
ສຳ​ຫຼວດ​ໂຄງ​ການກໍ່​ສ້າງ​ຫໍ​ມິດ​ຕະ​ພາບ​ຫວຽດ​ນາມ - ຈີນ
(ພາບ: TTXVN)


(vovworld) - ​ ​ໃນ​ຂອບ​ເຂດລາຍ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ວັນ​ທີ 10/11, ຢູ່​ຮ່າ​ໂນ້ຍ, ທ່ານ ຈາງ​ເຕີ​ຈຽງ, ກຳ​ມະ​ການ​ກົມ​ການ​ເມືອງ, ​ປະ​ທານ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ ໄດ້​ໄປ​ຢ້ຽມ​ຢາມ, ສຳ​ຫຼວດ​ໂຄງ​ການກໍ່​ສ້າງ​ຫໍ​ມິດ​ຕະ​ພາບ​ຫວຽດ​ນາມ - ຈີນ. ກິດ​ຈະ​ກຳ​ຫໍ​ມິດ​ຕະ​ພາບ​ຫວຽດ​ນາມ - ຈີນ ແມ່ນ​ສັນ​ຍາ​ລັກ​ເປັນ​ຂີດ​ໝາຍ​ຂອງ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ ໃນ​ໄລ​ຍະ​ໃໝ່. ເມື່ອ​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ, ​ຫໍ​ມິດ​ຕະ​ພາບ​ຫວຽດ​ນາມ - ຈີນ ຈະ​ແມ່ນ​ສະ​ຖານ​ທີ່​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢ່າງ​ຟົດ​ຟື້ນ​ລະ​ຫວ່າງ 2 ປະ​ເທດ.

        ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຈ​າງ​ເຕີ​ຈຽງ ຢືນ​ຢັນ​ວ່າ, ​ຫໍ​ມິດ​ຕະ​ພາບ​ຫວຽດ​ນາມ - ຈີນ ແມ່ນ​ສັນ​ຍາ​ລັກ​ເພີ່ມ​ພູນ​ຄ​ູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ສະ​ເໜີ​ໃຫ້​ຝ່າຍ​ຫວຽດ​ນາມ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸ​ດ​ໃຫ້​ນັກ​ຮັບ​ເ​ໝົາ​ຈີນ ຜັນ​ຂະ​ຫຍາຍ​ຢ່າງ​ສະ​ດວກ, ພ້ອມ​ທັງ​ມີ​ແຜນ​ການ​ຄຸ້ມ​ຄອງ, ຂຸດ​ຄົ້ນ, ນຳ​ໃຊ້​ກິດ​ຈະ​ກຳ​ນີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ