ປະທານສະພາສູງແຫ່ງລາຊາອານາຈັກກຳປູເຈຍມາຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) - ແມ່ນການເຄື່ອນໄຫວການເມືອງການພົວພັນຕ່າງປະເທດ ທີ່ສຳຄັນລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາສູງແຫ່ງລາຊາອານາຈັກກຳປູເຈຍ ໃນປີ 2022 ເປັນ “ປີມິດຕະພາບ ຫວຽດນາມ-ກຳປູເຈຍ
ປະທານສະພາສູງແຫ່ງລາຊາອານາຈັກກຳປູເຈຍມາຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1ທ່ານ ແຊມແດັກ ໄຊຈູມ ປະທານສະພາສູງສຸດ  ແຫ່ງລາຊາອານາຈັກກຳປູເຈຍ
(ພາບ:TTXVN)

ໂດຍການຮັບຄຳເຊີນຂອງ ທ່ານເວືອງດີ້ງເຫວະ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ແຊມແດັກ ໄຊຈູມ ປະທານສະພາສູງສຸດ  ແຫ່ງລາຊາອານາຈັກກຳປູເຈຍ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຂອງສະພາສູງແຫ່ງລາຊາອານາຈັກກຳປູເຈຍ ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 24 ຕຸລາ ເຖິງວັນທີ 26 ຕຸລາ.

        ນີ້ແມ່ນການເຄື່ອນໄຫວການເມືອງການພົວພັນຕ່າງປະເທດ ທີ່ສຳຄັນລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາສູງແຫ່ງລາຊາອານາຈັກກຳປູເຈຍ ໃນປີ 2022 ເປັນ “ປີມິດຕະພາບ ຫວຽດນາມ-ກຳປູເຈຍ, ກຳປູເຈຍ-ຫວຽດນາມ”, ເນື່ອງໃນໂອກາດຄົບຮອບ 55 ປີ ວັນແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງຊາດ (24 ມິຖຸນາ 1967), ປະກອບສ່ວນໃນການເພີ່ມທະວີຄວາມໃກ້ຊິດ, ຄວາມເຊື່ອໝັ້ນທາງການເມືອງ ລະຫວ່າງສອງພັກ, ສອງລັດ ແລະ ສອງອົງການນິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ