ປະທານສະພາແຫ່ງຊາດ: ລົງທຶນໃຫ້ເຂດປະຊາຊົນບັນດາເຜົ່າສ່ວຍໜ້ອຍ,ເຂດພູດອຍແມ່ນລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫດຽດນາມ ຫງວຽນທິກິມເງິນ ໄດ້ເນັ້ນໜັກເຖິງທັດສະນະລຸລວງ, ກວມລວມຂອງແຜນຮ່າງ, ລົງທຶນໃຫ້ແກ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ

ປະທານສະພາແຫ່ງຊາດ: ລົງທຶນໃຫ້ເຂດປະຊາຊົນບັນດາເຜົ່າສ່ວຍໜ້ອຍ,ເຂດພູດອຍແມ່ນລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫດຽດນາມ ຫງວຽນທິກິມເງິນ)

ຕອນບ່າຍວັນທີ 26 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ອະນຸມັດຜ່ານແຜນສັງລວມພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫດຽດນາມ ຫງວຽນທິກິມເງິນ ໄດ້ເນັ້ນໜັກເຖິງທັດສະນະລຸລວງ, ກວມລວມຂອງແຜນຮ່າງ, ລົງທຶນໃຫ້ແກ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດພູດອຍແມ່ນການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ, ສ້າງກົນໄກ, ນະໂຍບາຍໃຫ້ແກ່ການສຸມແຫຼ່ງກຳລັງ, ພ້ອມທັງລະດົມກຳລັງໃຈ, ແນະນຳໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າບືນຕົວຂຶ້ນ… ທ່ານນາງ ຫງວຽນທິກິມເງິນ, ກ່າວວ່າ.

        “ຫວຽດນາມ ຍາມໃດກໍ່ມານະພະຍາຍາມປະຕິບັດຢ່າງມີຄວາມຮັບຜິດຊອບຕໍ່ການລົງທຶນພັດທະນາແບບຍືນຍົງຢູ່ທັງ 3 ເສົາຄ້ຳຄື: ການພັດທະນາເສດຖະກິດ - ສັງຄົມສະເໝີພາບ, ຄວາມຍຸຕິທຳ ແລະ ການຮັບປະກັນສະພາບແວດລ້ອມ. ໃນນັ້ນຖືເປັນສຳຄັນບົດບາດຕັດສິນ, ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ, ຮ່ວມເດີນທາງພ້ອມກັບລັດຖະບານ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຮັບປະກັນຫຼັກການມີຄວາມຍຸຕິທຳ - ສາມັກຄີ - ການໜູນຊ່ວຍເຊິ່ງກັນແລະກັນ ພ້ອມກັນພັດທະນາໃນປະຊາຄົມບັນດາເຜົ່າສ່ວນໜ້ອຍ”.

ຕອບກັບ

ຂ່າວ/ບົດ​ອື່ນ