ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບຄະນະຜູ້ແທນ ສະພາແຫ່ງຊາດກຳປູເຈຍ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບຄະນະຜູ້ແທນ ສະພາແຫ່ງຊາດກຳປູເຈຍ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ( ເບື້ອງຂວາ )
ແລະ ທ່ານ​ Chheang Vun
( ເບື້ອງຊາຍ )
( ພາບ: vietnamplus.vn )

( vovworld ) - ຕອນ​ບ່າຍ​ວັນ​ທີ 21/2, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້ການ​ຕ້ອນຮັບ​ທ່ານ​ Chheang Vun ຫົວໜ້າ​ກຳ​ມະ​ທິການການ​ຕ່າງ​ປະ​ເທດ, ຮ່ວມ​ມື​ກັບ​ສາກົນ, ​ສື່​ສານ ​ແລະ ​ໂທລະ​ຄົມ​ສະພາ​ແຫ່ງ​ຊາດກຳ​ປູ​ເຈຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງຫວຽດນາມ ​ແມ່ນ​ຖື​ການ​ປັບປຸງ, ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ກຳ​ປູເຈຍ​ ເປັນ​ສຳຄັນ. ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່ສາຍ​ພົວພັນ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງອັນດີ​ງານ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ທີ່​ນັບ​ມື້​ນັບກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ຫວຽດນາມ ຍາມ​ໃດ​ກໍ​ຖື​ສາຍ​ພົວພັນ​ອັນ​ດີງາມ​ນີ້​ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​​ສອງ​ປະ​ເທດ ​ແລະ ຄວນສືບ​ຕໍ່​ໄດ້ຮັບການ​ປັບປຸງ​, ​ເພື່ອ​ການ​ພັດທະນາ​ຖາວອນຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື​​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​​ໂລກ.

   ທ່ານ Chheang Vun ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນກຳປູ​ເຈຍ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ພູນ​ຄຸນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະເທດ.

ຂ່າວ/ບົດ​ອື່ນ