ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ພົບປະ ສັງສັນຄະນະຜູ້ແທນ ຊາວໜຸ່ມຕຳຫຼວດ ດີເດັ່ນ

ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ພົບປະ ສັງສັນຄະນະຜູ້ແທນ ຊາວໜຸ່ມຕຳຫຼວດ ດີເດັ່ນ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ມີ​ການ​ພົບ​ປະສັງສັນກັບ​ແບບຢ່າງທີ່​ດີ​ເດັ່ນ 171 ຄົນ​​

(vovworld) - ຕອນ​ເຊົ້າ​ວັນ​ທີ 18/5, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄດ້​ມີ​ການ​ພົບ​ປະສັງສັນ​ຢ່າງສະໜິດສະໜົມ​ກັບ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຕຳຫຼວດທີ່ດີ​ເດັ່ນ. ຕາງ​ໜ້າ​ໃຫ້ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ຝາກ​ຄຳ​ອວຍພອນ​ອັນ​ດີງາມ​ມາ​ຍັງ​​ໄວ​ໜຸ່ມ​ຕຳຫຼວດ​ປະຊາຊົນ, ພ້ອມ​ທັງ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ເຊິ່ງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ຕຳຫຼວດດີ​ເດັ່ນ​ບັນລຸ​ໄດ້. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ເຊື່ອ​ໝັ້ນ​ວ່າ, ​ແບບຢ່າງທີ່​ດີ​ເດັ່ນ 171 ຄົນ​​ໃນມື້​ນີ້ ​ແລະ ​ໄວ​ໜຸ່ມ​ຕຳຫຼວດ​ປະຊາຊົນ​ຈະ​ສືບ​ຕໍ​ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຮັກສາ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ, ປະກອບສ່ວນ​ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​​ໃຫ້ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ:

“ຊາວ​ໜຸ່ມ​ຕຳຫຼວດ​ແມ່ນ​ກຳລັງ​ທີ່ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ໃນ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ ​ແລະ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່​ໃນ​ປະຈຸ​ບັນ. ບັນດາ​ສະຫາຍ​ສົມ​ເປັນ​ກຳລັງ​ປະຕິວັດ​ຂອງ​ພັກ​ເຮົາ ​ແລະ ປະຊາຊົນ​ເຮົາ ​ໄດ້​ສ້າງ​ວິລະ​ກຳ​ຫຼາຍ​ຢ່າງ, ຜ່ານ​ຜ່າ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ເພື່ອ​ຮັບ​ໃຊ້​ພາລະກິດ​ສ້າ​ງສາ ​ແລະ ປົກ​ປັກ​ຮັກ​ສະ​ປະ​ເທດ​ຊາດ. ຂ້າພະ​ເຈົ້າ​ປາດ​ຖະໜາ, ​ເຊື່ອ​ໝັ້ນ ​ແລະ ອວຍພອນ​ໃຫ້​ບັນດາ​ສະຫາຍ, ຊາວ​ໜຸ່ມ​ຕຳຫຼວດປະຊາຊົນ​ທັງ​ໝົດ, ພ້ອມ​ກັບກຳລັງ​ປະກອບ​ອາວຸດ​ຂອງ​ທົ່ວ​ປະ​ເທດ, ຊາວ​ໜຸ່ມ​ທົ່ວ​ປະ​ເທດປະຕິບັດ​ພາລະ​ກຳ​ປະຫວັດສາດ​ຂອງ​ຕົນ. ປະຈັນບານ, ມີ​ຫົວຄິດ​ປະດິດ​ສ້າງ, ອາສາ​ສະໝັກ ​ເພື່ອ​ຂະ​ບວນການ​ຊາວ​ໜຸ່ມ​ເປັນ​ແທ້​ຈິງ, ປະຕິບັດຕາມຄຳ​ສັ່ງສອນ 6 ຂໍ້​ຂອງລຸງ​ໂຮ່ສຳລັບ​ກຳລັງຕຳຫຼວດ​ປະຊາ​ຊົນ ”

 

ຂ່າວ/ບົດ​ອື່ນ