ປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ອວຍພອນປີໃໝ່ 2015

ປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ອວຍພອນປີໃໝ່ 2015 - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ
ອວຍພອນ​ປີ​ໃໝ່​ທະນາຄານ​​ແຫ່ງລັດ​ຫວຽດນາມ

(vovworld)- ຂະ​ແໜງ​ພາ​ສີ​ສືບ​ຕໍ່​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ ແລະ ສ້າງ​ການ​ຈັດ​ຕັ້ງ​ເປັນ​ທັນ​ສະ​ໄໝ ປະ​ກອບ​ສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ເຮັດ​ສຳ​ເລັດ​ໜ້າ​ທີ່ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015. ກ່າວ​ຄຳ​ເຫັນ​ເມື່ອ​ລົງຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ພະ​ນັກ​ງານ, ພາ​ລະ​ກອນ​ກົມ​ໃຫຍ່​ພາ​ສີ ເມື່ອຕອນ​ບ່າຍ 24/2 , ທ່່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ສະ​ເໜີ​ຂະ​ແໜງ​ພາ​ສີ​ສືບ​ຕໍ່​ສູ້​ຊົນ​ເພື່ອ​ປະ​ກອບ​ສ່ວນ​ພ້ອມ​ກັບ ທົ່ວ​ປະ​ເທດ​ເຮັດ​ສຳ​ເລັດ​ໜ້າ​ທີ່ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015 ແລະ ໃນ​ຊຸມ​ປີ​ຕໍ່ໆ​ໄປ. ເນື່ອງ​ໃນ​ໂອ​ກາດນີ້, ທ່່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ເຂົ້າ​ຮ່ວມ ແລະ ຕັດ​ແຖບ​ຜ້າ​ເປີດ​ຫໍ​ພິ​ພິ​ທະ​ພັນ​ພາ​ສີ​ຫວຽດ​ນາມ.

   ກ່ອນ​ໜ້ານັ້ນ, ຄື​ໃນຕອນ​ເຊົ້າ​ວັນ​ທີ​ 24/2 (ກົງ​ກັບ​ວັນ​ທີ 6 ຂອງ​ບຸນ​ເຕັດ​ປີ​ມະ​ແມ), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ພະນັກງານ, ພາລະ​ກອນ, ລັດ​ຖະກອນຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ທະນາຄານ​​ແຫ່ງລັດ​ຫວຽດນາມ. ​​ເມື່ອອວຍພອນ​ປີ​ໃໝ່​ພະນັກງານ ພາລະ​ກອນ, ລັດ​ຖະກອນຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຖື​ວ່າ: ກ້າວ​ເຂົ້າ​ສູ່​​ໄລຍະ​ໃໝ່​ແຫ່ງ​ການພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ​ໃນ​ເງື່ອນ​ໄຂ​ເສດຖະກິດ​ພາຍ​ໃນ​ປະ​ເທດ ​ແລະ ​ໂລກ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ພະນັກງານ, ພາລະ​ກອນ, ລັດ​ຖະກອນຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ  ສືບ​ຕໍ່​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ສົມ​ກັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ມອບ​ໝາຍ​; ປະກອບສ່ວນ​ເຂົ້າ​ໃນ​ການຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ​ບັນດາ​ເຫດ ການ​ທີ່​ສຳຄັນ​ຂອງ​ປະ​ເທດ​ໃນ​ປີ 2015 ​ຢ່າງ​ແທດ​ຈິງ. ​ເມື່ອຢ້ຽມຢາມ ​ແລະ ອວຍພອນພະນັກງານ, ພາລະ​ກອນ, ລັດ​ຖະກອນທະນາຄານ​​ແຫ່ງ​ລັດ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຖື​ວ່າ: ປີ 2015 ​ເສດຖະກິດ​ພາຍ​ໃນ​ປະ​ເທດ ​ແລະ ​ໂລກ​ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ທະນາຄານ​ແຫ່ງ​ລັດ​ຄວນ​ສືບ​ຕໍ່ດັດ​ປັບເງິນຕາ​ຢ່າງ​ມີ​ໄຫວ​ພິບ ​ແລະ ມີ​ປະສິດທິ​ຜົນປະກອບສ່ວນ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ-​ສັງຄົມ​ຢ່າງ​ມີ​ໄຊ, ນຳ​ປະ​ເທດ​​ຊາດເປັນ​ເຈົ້າ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

 

 


ຂ່າວ/ບົດ​ອື່ນ