ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ:ສາມັກ ຄີ,ສ້າງສານະຄອນຫຼວງ ໃຫ້ຮັ່ງມີເຂັ້ມແຂງ


ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ:ສາມັກ ຄີ,ສ້າງສານະຄອນຫຼວງ ໃຫ້ຮັ່ງມີເຂັ້ມແຂງ - ảnh 1

ບັນດາ​ຜູ້​ແທນ​ເຂົ້າຮ່ວມວັນ​ບຸນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ

 (ພາບ: http://congly.com.vn/)

 (vovworld)-​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 84 ປີ​ແຫ່ງ​ວັນ​ສ້າງຕັ້ງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (18/11/1930-18/11/2014), ຕອນ​ຄ່ຳ​ວັນ​ທີ 17/11, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຂົ້າຮ່ວມ​ວັນ​ບຸນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ຢູ່​ຕາ​ແສງ​ເຈິ່ນຮຶງດ້າວ-ເມືອງ​ຮ່ວານ​ກຽມ-​ນະຄອນ​ຮ່​າໂນ້ຍ. ນະ​ທີ່​ນີ້, ທ່ານ ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ, ປະຊາຊົນ​ເຂດ​ຊຸມ​ຊົນຕາ​ແສງ​ເຈິ່ນຮຶງດ້າວ ພ້ອມ​ກັບ​ປະຊາຊົນ​ເຂດ​ຊຸມ​ຊົນ​ທົ່ວ​ປະ​ເທດ ຈະ​ສືບ​ຕໍ່​ຮັກສາ​ນ້ຳ​ໃຈ​ສາມັກຄີ, ປະຕິບັດ​ບັ້ນຂົນຂວາຍຕ່າງໆ​ຊື່​ງປະ​ເທດ​​ພວມ​ຜັນຂະຫຍາຍ​ເປັນ​ຢ່າງ​ດີ, ຮ່ວມ​ແຮງ​ຮ່ວມ​ໃຈ​ນຳ​ມາ​ເຊິ່ງກຳລັງ​​ແຮງ ​ແລະ ພູມ​ປັນຍາ​​ເພື່ອເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃນ​ສາມັກຄີ, ​ເສີມ​ຂະຫຍາຍ​ທ່າ​ແຮງ, ສູ້​ຊົນ​ສ້າງ​ປະຊາ​ຄົມ​ເຂດ​ຊຸມ​ຊົນ​ວັດທະ ນະທຳ, ຮັ່ງມີ​ເຂັ້ມ​ແຂງ, ປະກອບສ່ວນ​ພ້ອມ​ກັບ​ບັນດາ​ຕາ​ແສງ, ​ເມືອງ​ຂອງ​ນະຄອນ ​ສ້າງນະຄອນຫຼວງ​​ໃຫ້ນັບ​ມື້​ນັບ​ສວຍ​ງາມ, ສີວິ​ໄລ. ​ໃນ​ໂອກາດ​ນີ້, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ໄດ້​ຮັບ​ນາມມະ ຍົດ​ຄອບຄົວ​ວັດທະນະທຳ ​ແລະ ຄອບຄົວ​ທຸກ​ຍາກ​ຈຳນວນ 1 ຂອງ​ຕາ​ແສງ​ເຈິ່ນຮຶງດ້າວ./.

ຂ່າວ/ບົດ​ອື່ນ