ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຮັດວຽກຢູ່ນະຄອນເກີນເທີ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຮັດວຽກຢູ່ນະຄອນເກີນເທີ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ທີ່​ການ​ເຮັດ​ວຽກ

(vovworld) - ​​​​ຕອນ​ເຊົ້າ​ວັນ​ທີ 28/4, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ ນີງ​ກ່ຽວ, ນະ​ຄອນ ເກີນ​ເທີ. ນະ​ທີ່ນີ້, ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ນິງ​ກ່ຽວ ໄດ້​ຍົກ​ອອກຫຼາຍ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຄື: ການ​ລົງ​ທຶນ​ຂອງ​ລັດ, ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປົກ​ປ້ອງ​ເດັກ… ພາຍຫຼັງ​ໄດ້​ຮັບ​ຟັງ​ບັນ​ດາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຕີ​ລາ​ຄາ​ວ່າ ບັນ​ດາ​ບັນ​ຫາ​ເຊິ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ວາງ​ອອກ​ແມ່ນ​ບັນ​ຫາ​ລວມ​ຂອງ​ປະ​ເທດ​ຊາດ, ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ສັງ​ຄົມ. ເມື່ອ​ຕອບ​ຄຳ​ຖາມ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການສໍ້​ລາດ​ບັງຫຼວງ, ​ທ່ານ​​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ ພັກ, ລັດ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານນີ້. ທ່ານ​ນາງ​ໄດ້​ກ່າວ​ວ່າ:

        “ຄະ​ນະ​ກຳ​ມະ​ການກວ​ດ​ກາ​ສູນ​ກາງ​ໄດ້​ປະ​ກາດ​ປະ​ຕິ​ບັດ​ວິ​ໄນພະ​ນັກ​ງານ​ຈຳ​ນວນ​ໜຶ່ງ, ນັ້ນ​ແມ່ນ​ບັນ​ດາ​ຜູ້​​ມີ​ສ່ວນກ່ຽວ​ຂ້ອງ​ເຖິງ​ການ​ຄຸ້​ມ​ຄອງ​ເງິນ, ຊັບ​ສິນ, ການ​ລົງ​ທຶນ, ກ່ຽວ​ຂ້ອງ​ເຖິງກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ລັດ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໂດຍບໍ່​ມີ​​ຂອບ​ເຂດ​ຈຳ​ກັດ​ສຳ​ລັບ​ເຈົ້າ​ໜ້າ​ທີ່​ຈາກ​​ຂັ້ນສູ​ນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ”


ຕອບກັບ

ຂ່າວ/ບົດ​ອື່ນ