ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ການຕ້ອນຮັບຫົວໜ້າອົງການໄອຍະການສູງສຸດໂມຊຳບິກ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດ  ຫວຽດນາມ ຫງວຽນທິກິມເງິນໄດ້ໃຫ້ການຕ້ອນຮັບທ່ານນາງຫົວໜ້າອົງການໄອຍະການສູງສຸດໂມຊຳບິກ Beatriz Buchili ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ການຕ້ອນຮັບຫົວໜ້າອົງການໄອຍະການສູງສຸດໂມຊຳບິກ - ảnh 1 ທ່ານນາງປະທານສະພາແຫ່ງຊາດ  ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານນາງຫົວໜ້າອົງການໄອຍະການໂມຊຳບິກ Beatriz Buchili

ຕອນບ່າຍວັນທີ 21 ສິງຫາ, ທ່ານນາງປະທານສະພາແຫ່ງຊາດ  ຫວຽດນາມ ຫງວຽນທິກິມເງິນໄດ້ໃຫ້ການຕ້ອນຮັບທ່ານນາງຫົວໜ້າອົງການໄອຍະການສູງສຸດໂມຊຳບິກ Beatriz Buchili ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມສະໜັບສະໜູນ 2 ອົງການໄອຍະການ ຊຸກຍູ້ການພົວພັນຮ່ວມມື, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ຮັບໃຊ້ກິດຈະການປະຕິຮູບ ແລະ ສ້າງລະບົບກົດໝາຍຂອງແຕ່ລະປະເທດໃຫ້ສົມບູນແບບ. ສ່ວນທ່ານນາງຫົວໜ້າອົງການໄອຍະການສູງສຸດໂມຊຳບິກ Beatriz Buchili ຖືວ່າ ຫວຽດນາມມີຫຼາຍບົດຮຽນທີ່ຂົງເຂດກົດໝາຍທີ່ໂມຊຳບິກ ອາດຈະຖອດຖອນ, ພິເສດແມ່ນສຳລັບບັນດາບັນຫາທີ່ໂມຊຳບິກມີຄວາມສົນໃຈທີ່ສຸດ, ນັ້ນແມ່ນອາດຊະຍາກອນສິ່ງແວດລ້ອມ, ການປ້ອງກັນສັດປ່າທີ່ມີຄ່າຫາຍາກ.

     ແລະ ກໍໃນຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ  ຫວຽດນາມ ຫງວຽນທິກິມເງິນ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດກູບາປະຈຳຫວຽດນາມ Hermenio Lopez ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ