ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ

(VOVWORLD) -ທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ຢັ້ງຢືນວ່າ ການພົວພັນກັບ ອາຊຽນ ແມ່ນແກ່ນສານຂອງບັນດາເວທີປາໄສ, ກົນໄກຮ່ວມມືລະຫວ່າງ ຊາດ. ອາຊຽນແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນການບຸລິມະສິດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  ໃຫ້ຕ້ອນຮັບທ່ານ  Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ປະຈຳຫວຽດນາມ

ຕອນບ່າຍວັນທີ 27 ພະຈິກ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ  Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດ ສິ້ນສຸດອາຍຸການປະຕິບັດງານທາງການທູດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນການຊຸກຍູ້ ແລະ ພັດທະນາການພົວພັນກັບ ລັດເຊຍ ຫຼາຍທີ່ສຸດ ບົນຈິດໃຈແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານນາງຫງວຽນທິກິມເງິນ ໃຫ້ຮູ້ວ່າ ໃນຖານະຕຳແໜ່ງເປັນປະທານອາຊຽນ 2020 ແລະ ປະທານ AIPA 41 ຫວຽດນາມສືບຕໍ່ ສະໜັບສະໜູນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ - ລັດເຊຍ. ທ່ານ ນາງປາດຖະໜາວ່າສອງຝ່າຍຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການປະຕິບັດແນວທາງ, ນະໂຍບາຍການຕ່າງປະເທດ ແລະ ແກ້ໄຂບັນດາບັນຫາຂອງ ແຕ່ລະປະເທດໃຫ້ສອດຄອງກັບຜົນປະໂຫຍດລວມຂອງສອງປະເທດ.

        ສ່ວນທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ຢັ້ງຢືນວ່າ ການພົວພັນກັບ ອາຊຽນ ແມ່ນແກ່ນສານຂອງບັນດາເວທີປາໄສ, ກົນໄກຮ່ວມມືລະຫວ່າງ ຊາດ. ອາຊຽນແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນການບຸລິມະສິດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ, ພ້ອມກັນມີທັດສະນະ ແລະ ແບ່ງປັນວິທີສຳຜັດຂອງລັດເຊຍກ່ຽວກັບການສ້າງຄວາມເປັນລະບຽບຮຽບຮ້ອຍຄວາມໝັ້ນຄົງເປີດ, ຍຸຕິທຳ, ສະເໝີພາບ ແລະ ບໍ່ແຍກອອກຈາກກັນຢູ່ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ