ປະທານສະພາແຫ່ງຊາດ ຫວຽດນາມ ພົບປະເຈລະຈາກັບ ຮອງປະທານາທິບໍດີ Uruguay ຕາເວັນອອກ

ປະທານສະພາແຫ່ງຊາດ ຫວຽດນາມ ພົບປະເຈລະຈາກັບ ຮອງປະທານາທິບໍດີ Uruguay ຕາເວັນອອກ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung
ພົບ​ປະ​ເຈລະຈາ​ກັບ​ທ່ານຮອງ​ປະທານາທິບໍດີສ.Uruguay ຕາ​ເວັນ​ອອກ
(ພາບ: CP)


(vovworld) -     ຕອນ​ບ່າຍວັນ​ທີ 6/11, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານຮອງ​ປະທານາທິບໍດີ, ທັງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ປະທານ​ສະພາ​ສູງ ສ.Uruguay ຕາ​ເວັນ​ອອກ Danilo Astori ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທີ່​ການ​ພົບ​ປະ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ຕັ້ງໜ້າ​ຊຸກຍູ້​ການ​ປະຕິບັດ​ບັນດາ​ສັນຍາ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ ​ໃນ​ນັ້ນ​ມີ​ສັນຍາ​ຮ່ວມ​ມື​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ. ພ້ອງ​ທັງ​ສະ​​ແດງ​ຄວາມ​ຫວັງ​ວ່າ ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ຮັກສາ​ກົນ​ໄກ​ທາ​ບທາມ, ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ເປັນ​ຢ່າງ​ດີ. ສ່ວນ​ທ່ານຮອງ​ປະທານາທິບໍດີ Danilo Astori ຢືນຢັນ​ວ່າ: ຍາມ​ໃດ​ລັດ, ສະພາ​ແຫ່ງ​ຊາດ Uruguay ກໍ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ແລະ ຍູ້​ແຮງ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດສອງ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ