ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ - ảnh 1
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
ນຳໜ້າ ໄດ້ມາຮອດ​ສະໜາມ​ບິນ Vaclav Havel, ປຣາຮາ 

(vovworld) - ໃນ​ຂອບ​ເຂດ​ການ​ເດີນທາງ​ຢ​້ຽມຢາມ ລາຊະ​ອານາຈັກ ຊູ​ແອັດ, ຮຸງ​ກາຣີ, ສ.​ເຊັກ​ໂກ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ Milan Stec, ຕອນ​ບ່າຍ​ວັນ​ທີ 11/04 (ຕາມ​ເວລາ​ທ້ອງ​ຖິ່ນ), ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ນຳໜ້າ ໄດ້ມາຮອດ​ສະໜາມ​ບິນ Vaclav Havel, ປຣາຮາ ປະ​ເທດ ສ.​ເຊັກ​ໂກ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສ.​ເຊັກ​ໂກ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 11/04 – 14/04.

        ພາຍຫລັງ​ມາ​ຮອດສະໜາມ​ບິນດັ່ງກ່າວ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ລົງຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະນັກງານ​ສະຖານທູດ ຫວຽດນາມ ປະຈຳ ສ.​ເຊັກ​ໂກ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ແຈ້ງ​ໃຫ້​ຊາບ​ເປົ້າໝາຍ​ຂອງ​ການ​ຢ້ຽມຢາມ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ ​ແນ​ໃສ່​ຊຸກຍູ້ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານກັບ ສ.​ເຊັກ​ໂກ​ເວົ້າ​ລວມ ​ແລະ ສະພາ​ແຫ່ງ​ຊາດ ​ເຊັກ​ໂກ ​ເວົ້າ​ສະ​ເພາະ​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ກໍ່​ແຈ້ງ​​​ໃຫ້​ຊາບສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ພາຍ​ໃນ​ປະ​ເທດ. ທ່ານ​ນາງ​ຖື​ວ່າ: ການ​ພົວພັນ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ຍັງບໍ່​ທັນ​ເໝາສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື ​ແລະ ຄວາມ​ຫວັງ​​ຂອງ 2 ຝ່າຍ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ວ່າ ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ເຊັກ​ໂກ ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ນີ້ ນັບ​ມື້​ນັບ​ພັດທະນາ​ກ່ວາ​ອີກ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ